ງານບຸນດອກບັກວິດຢູ່ເຂດພູພຽງຫີນດົ່ງວັນ,ແຂວງຮ່າຢາງ,ຄັ້ງທຳອິດປີ2015

ງານບຸນດອກບັກວິດຢູ່ເຂດພູພຽງຫີນດົ່ງວັນ,ແຂວງຮ່າຢາງ,ຄັ້ງທຳອິດປີ2015 - ảnh 1
(ພາບປະກອບ)

(vovworld) – ງານ​ບຸນດອກ​​ບັກ​ວິດ​ ​(Buck wheat) ໂດ​ຍຄະນະ​ກຳມະການ​ປະຊາຊົນ​​ແຂວງ ຮ່າ​ຢາງ ຈັດ​ຕັ້ງ, ຖືກ​ໄຂ​ຂຶ້ນ​ຫວ່າງ​ແລ້ວນີ້ຢູ່​ເມືອງ​ດົ່ງ​ວັນ, ​ແຂວງ​ຮ່າ​ຢາງ. ດ້ວຍ​ຫົວ​ຂໍ້​ວ່າ “ເຂດ​ພູ​ພຽງ​ຫີນ​ - ດອກ​ໄມ້​ເບັ່ງ​ບານສີສັນ”, ງານ​ບຸນ​ປີ​ນີ້​ຈະ​ມີ​ບັນດາ​ການ​ເຄື່ອນ​​ໄຫວ​ຄື: ງານ​ວາງສະ​ແດງຮູບ​ພາບ​ສິລະ​ປະ; ວາງສະ​ແດງ​ດອກ​ບັກ​ວິດ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ດອກ​ໄມ້; ວາດ​ພາບງານ​ບຸນ​ຈຳນວນ​ໜຶ່ງຂອງ​ຊາວ​​ເຜົ່າ​ສ່ວນ​ໜ້ອຍ… ຈຸດ​ພົ້ນ​​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ລາຍການ​ສິລະ​ປະ “ເຂດ​ພູ​ພຽງ​ຫີນ​ດອກ​ໄມ້​ເບັ່ງ​ບານສີສັນ” ​ໂດຍ​ບັນດາ​ນັກ​ສິລະ​ປິນອາຊີບຂອງ​ສູນ​ກາງ ​ແລະ ທ້​ອງຖິ່ນ, ນັກ​ສິລະ​ປະການ​ບັນດາ​ຊົນ​ເຜົ່າ ຢ້າວ, ມົງ,​ ໄຕ່, ນຸ່ງ… ​ເຂົ້າ​ຮ່ວມ​ການ​ສະ​ແດງ. ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ​, ທ່ານ ​ເຈີ​ນດຶກ​ກຸຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຢາງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນດອກ​ບັກ​ວິ​ດ ​ໃຫ້​ຮູ້​ວ່າ.

      “ງານ​ບຸນດອກ​ບັກ​ວິ​ດ, ​ແມ່ນງານ​ບຸນ​ວັດທະນະທຳ​ທ່ອງ​ທ່ຽວໃໝ່ທີ່​​​ໃສ່​ຊື່​ດອກ​ໄມ້​ງາມສວຍຊະ​ນິດ​ໜຶ່ງ ​ເຊິ່ງ​ໄດ້​ຕິດ​ພັນ​ກັບ​ປະຊາຊົນ​ເຂດ​ພູ​ພຽງ​ຫີນ​​ດົ່ງ​ວັນ, ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​​ໃໝ່​ໃນ​ການ​ຄິດ, ການ​ຈົດ​ຕັ້ງ​ເຫດການ, ການ​ພັດທະນາ​ການທ່ອງທ່ຽວ, ການສ້າງ​ເຄື່ອງໝາຍ​ການ​ຄ້າ, ​ການໂຄສະນາຮູ​ບພາບ​ແຂວງ​ຮ່າ​ຢາງ ​ເຖິງ​ເພື່ອນ​ມິດ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ”.

      ງານ​ບຸນ​ຖືກ​ດຳ​ເນີນ​ຢູ່ 4 ​ເມືອງ​ຄື: ​ເມືອ​ງພູ​ພຽງ​ຫີນ​​ດົ່ງ​ວັນ, ກວານບ້າ, ອຽນ​ມິ​ງ ​ແລະ ​ແມ່ວວາກ ຮອດ​ວັນ​ທີ 15/11.

ຂ່າວ/ບົດ​ອື່ນ