ງານບຸນດອກໄມ້ລະດູບານໃໝ່, ຖະໜົນປື້ມລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ຕອນຄ່ຳວັນທີ 12 ກຸມພາ, ຢູ່ນະຄອນ ເກີນເທີ ໄດ້ຈັດຕັ້ງງານບຸນຖະໜົນສິລະປະດອກໄມ້ ເກີນເທີ - ລະດູບານໃໝ່ປີຈໍ 2018. ດ້ວຍຫົວຂໍ້ “ເກີນເທີ ຊົມເຊີຍລະດູບານໃໝ່”
ງານບຸນດອກໄມ້ລະດູບານໃໝ່, ຖະໜົນປື້ມລະດູບານໃໝ່ຢູ່ທ້ອງຖິ່ນຕ່າງໆ - ảnh 1 ການສະແດງສິລະປະຢູ່ຖະໜົນດອກໄມ້ ຫວູງເຕົ່າ

ງານບຸນດອກໄມ້ລະດູບານໃໝ່ ແລະ ຖະໜົນປື້ມລະດູບານໃໝ່ປີຈໍ 2018 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 12 ກຸມພາ ຢູ່ເຂດ 3 ຫຼ່ຽມ - ບ໋າຍເຈືອກ, ນະຄອນ ຫວູງເຕົ່າ. ງານບຸນດອກໄມ້ລະດູບານໃໝ່ ແລະ ຖະໜົນປື້ມລະດູບານໃໝ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນການເຄື່ອນໄຫວຊົມເຊີຍພັກ - ຊົມເຊີຍລະດູບານໃໝ່ຢູ່ນະຄອນ ຫວູງເຕົ່າ.

        ຕອນຄ່ຳວັນທີ 12 ກຸມພາ, ຢູ່ນະຄອນ ເກີນເທີ ໄດ້ຈັດຕັ້ງງານບຸນຖະໜົນສິລະປະດອກໄມ້ ເກີນເທີ - ລະດູບານໃໝ່ປີຈໍ 2018. ດ້ວຍຫົວຂໍ້ “ເກີນເທີ ຊົມເຊີຍລະດູບານໃໝ່” ຖະໜົນດອກໄມ້ໄດ້ຮັບການອອກແບບດ້ວຍດອກໄມ້ສົດ ແລະ ໝາກໄມ້ 80.000 ກ່ວາໂຖ. ໂດຍເປັນແຂກຜູ້ເຂົ້າຊົມຖະໜົນດອກໄມ້, ອ້າຍ ຫງວຽນຮ່ວາງແຢງ, ບ້ານເກີດເມືອງນອນຢູ່ແຂວງ ດົ່ງທາບ, ແຕ່ໄດ້ທຳມາຫາກິນ ແລະ ດຳລົງຊີວິດຢູ່ ເກີນເທີ ມາເປັນເວລາ 10 ກ່ວາປີ, ໄດ້ແບ່ງປັນວ່າ:

        “ການຈັດສັນຖະໜົນດອກໄມ້ງາມ ແລະ  ທາງກ້ວາງຂວາງ. ຖະໜົນດອກໄມ້ໄດ້ເພີ່ມຄວາມງາມຂອງຕົ້ນດອກໄມ້, ປີໃດມີຖະໜົນດອກໄມ້ຂ້າພະເຈົ້າກໍ່ໄປຢ້ຽມຊົມ, ແລ້ວຈຶ່ງເມືອບ້ານ.”

ຕອບກັບ

ຂ່າວ/ບົດ​ອື່ນ