ງານບຸນດອກໄມ້ລະດູບານໃໝ່ນະຄອນໂຮ່ຈີມິນດຶງດູດຜູ້ມາຢ້ຽມຊົມ700.000ເທື່ອຄົນ

ງານບຸນດອກໄມ້ລະດູບານໃໝ່ນະຄອນໂຮ່ຈີມິນດຶງດູດຜູ້ມາຢ້ຽມຊົມ700.000ເທື່ອຄົນ - ảnh 1
(ພາບປະກອບ)

(vovworld) – ​ ​ ພາຍຫລັງ​​ໄຂ​ງານ​ບຸນ​ເປັນ​ເວລາ 12 ວັນ, ຕອນ​ຄ່ຳ​ວັນ​ທີ 14/02 (ກົງ​ກັບວັນ​ທີ 7 ​ເດືອນ​ຈຽງ), ງານ​ບຸນ​ດອກ​ໄມ້​ປີວ​ອກ 2016 ດ້ວຍ​ຫົວ​ຂໍ້​ວ່າ: “ນະຄອນ​ໂຮ່ຈີ​ມິນ - ສັນຕິພາບ, ວັດທະ​ນາ​ຖາ​ວອນ, ພັດທະນາ” ຢູ່ສວນສາທາລະນະ ຕາວ​ດ່ານ ​ເມືອງ 1 ຖືກ​ອັດ​ລົງ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ຜູ້​ມາ​ຢ້ຽມຊົມງານ​ບຸນ​ດອກ​ໄມ້​ປີວ​ອກ 2016 ມີ​ປະມານ 700 ພັນ​ເທື​່ອຄົນ. ທ່ານ ​ເລ​ກົງ​ເຟືອງ, ຜູ້ອຳນວຍການ​ບໍລິສັດສວນ​ສາທາລະນະຕົ້ນ​ໄມ້ ນະຄອນ​ໂຮ່ຈີ​ມິນ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ດອກ​ໄມ້​ລະດູບານ​ໃໝ່​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

        “​ ໃນ​ງານ​ບຸນ​ດອກ​​ໄມ້​ລະດູບານ​ໃໝ່ປີ​ນີ້, ມີ​ບັນດາ​ຕົ້ນ​ໄມ້​ປະດັບ​ຖືກ​ຕັດ​ຊອຍ​ເປັນ​ຫລາຍ​ຮູບ​ທີ່​ງາມ​ຕາ, ​ໄດ້ສົ່ງ​ມາ​ຮ່ວມ​ງານ​ປະ​ກວດ, ຊຶ່ງ​ມີ​ຄວາມ​ໝາຍອວຍພອນ​ປະ​ເທດ​ຊາດ​ປ່ຽນ​​ແປງ. ຈຳນວນ​​ຜູ້​ມາ​ຢ້ຽມຊົມ ​ແມ່ນ​ຫລາຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ງານ​ບຸນ​​ປີ​ກ່ອນໆ”

 


ຂ່າວ/ບົດ​ອື່ນ