ງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າ

(VOVWORLD) -ງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍປີ 2018 ຈະຖືກດຳເນີນເປັນເວລາສອງວັນ ແຕ່ວັນທີ 11 – 12 ພຶດສະພາ (ກົງກັບວັນທີ 26 – 27 ເມສາ ໄລ່ຕາມຈັນທະປະຕິທິນ) ຢູ່ເທດສະບານເມືອງ ແມ່ວວາກ ແລະ ຕາແສງ ເຄົາວາຍ, ເມືອງ ແມ່ວວາກ, ແຂວງຮ່າຢາງຢູ່ເຂດໄຕ່ບັກຂອງປະເທດຫວຽດນາມ.

ງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າ - ảnh 1 ບັນຍາກາດຕະຫຼາດແຫ່ງຄວາມຮັກເຄົາວາຍ

(ພາບ: congluan.vn)

ງານບຸນຕະຫຼາດແຫ່ງຄວາມຮັກເຄົາວາຍປີ 2018 ລວມມີບັນດາການເຄື່ອນໄຫວຫຼາຍຮູບຫຼາຍແບບ ແລະ ປະທັບໃຈຄື: ການປະກວດສຽງເພງ,ການແຂ່ງຂັນເຫຍັ້ນນ້ຳ, ຫາບນ້ຳ,ໂຍນໝາກຄອນ ທີ່ເດີນ ຫີນເມກຸງ, ຮັບຟັງຂັບກ້ຽວ, ການແຂ່ງຂັນເຮັດປັນໄຢ, ແລກປ່ຽນບັນດາເຍື່ອງອາຫານການກິນ ແລະ ອ່ື່ນໆ. ເມື່ອໄປທ່ຽວຊົມງານບຸນ, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາການເຄື່ອນໄຫວ ເປັນຕົ້ນແມ່ນ: ແຕ່ງໂຕເປັນບັນດາຜູ້ບ່າວ, ຜູ້ສາວຊາວເຜົ່າທ້ອງຖິ່ນຂີ້ມ້າໄປຫາຄູ່ຢູ່ຕະຫຼາດແຫ່ງຄວາມຮັກ, ໄດ້ຮ່ວມຊີວິດວັດທະນະທຳຂອງຊາວເຜົ່າ ໄຢ໋ ຢູ່ບ້ານຕາດງ່າ, ຕາແສງຕາດງ່າ; ຄົ້ນຫາເດີນຫີນເມກຸງຢູ່ສອງຕາແສງຄື ຕາແສງຫຼຸງປູ, ເຄົາວາຍ ແລະ ອື່ນໆ.

       

ຕອບກັບ

ຂ່າວ/ບົດ​ອື່ນ