ງານບຸນຕາມຖະຫນົນຢູ່ນະຄອນດາຫນັງ

(VOVWORLD) -ງານບຸນຕາມຖະຫນົນຢູ່ ນະຄອນ ດາຫນັງ ແມ່ນການເຄື່ອນໄຫວມີຂອບຂະຫນາດໃຫຍ່ທີສອງ ໃນຂອບເຂດງານບຸນຍິງບັ້ງໄຟດອກສາກົນ ດາຫນັງ (DIFF2017) ໄດ້ດຳເນີນໃນຕອນຄ່ຳວັນທີ 5/5.
ງານບຸນຕາມຖະຫນົນຢູ່ນະຄອນດາຫນັງ - ảnh 1 ຊາວດາຫນັງຖ່າຍຮູບກັບນັກສິລະປິນສາກົນ

ມີລົດໂອໂຕ 9 ຄັນໄດ້ຮັບການປະດາດ້ວຍດອກໄມ້ນາໆສີ ແມ່ນສະແດງໃຫ້ເຫັນພາບພົດຂອງ 9 ປະເທດເຂົ້າຮ່ວມ ງານບຸນຍິງບັ້ງໄຟດອກສາກົນ ດາຫນັງ 2017  ໄດ້ໄປຜ່ານຖະຫນົນສາຍຕ່າງໆຢູ່ ນະຄອນ ດາຫນັງ. ມີນັກສິລະປິນສາກົນ ແລະ ຢູ່ພາຍໃນປະເທດ ເກືອບ 150 ຄົນ ນຸ່ງຊຸດອາພອນປະຈຳຊາດຂອງແຕ່ລະປະເທດ ໄດ້ສະແດງບັນດາວາດຟ້ອນພື້ນເມືອງ, ລົງຖະຫນົນພົວພັນແລກປ່ຽນກັບປະຊາຊົນ ອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນ. ທ່ານ ເລກີເຢືອງ, ຜູ້ກຳກັບການສະແດງລາຍການດັ່ງກ່າວໃຫ້ຮູ້ວ່າ:

“ ລົດໂອໂຕ 9 ຄັນໄດ້ປະດັບປະດາດ້ວຍດອກໄມ້ນາໆສີນັ້ນ ຈະສ້າງເປັນຂີດໝາຍໃຫຍ່ໃນບໍລິເວນຂອງນະຄອນ ເພາະວ່າ ລົດແຕ່ລະຄັນຄືດັ່ງເວທີສະແດງນ້ອຍ. ຢູ່ເທິງ ລົດທັງມີນັກສິລະປິນສາກົນ, ນັກສິລະປິນຫວຽດນາມພ້ອມກັນສະແດງສິລະປະ ແລະ ເຂົາເຈົ້າຈະສ້າງເປັນຈຸດພົ້ນເດັ່ນໃນບັນຍາກາດເບີກບານມ່ວນຊື່ນຢູ່ນະຄອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ເປັນຄັ້ງທຳອິດຈັດຕັ້ງງານບຸນຕາມຖະຫນົນ ຈະເປັນຂີດໝາຍໃຫຍ່ສຳລັບປະຊາຊົນ ແລະ ນັກທ່ອງທ່ຽວ”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ