ງານບຸນບໍລິຈາກເລືອດຍາມລະດູບານໃໝ່

ງານບຸນບໍລິຈາກເລືອດຍາມລະດູບານໃໝ່ - ảnh 1
ພາບ​ປະ​ກອບ

 (vovworld) - ສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ຫາ​ກໍ່​ຈັດ​ຕັ້ງ​ຂະ​ບວນການ​ບໍລິຈາ​ກ​ເລືອດ​ຍາມ​ລະດູບານ​ໃໝ່. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິຈາກ​ເລືອດ​ຄັ້ງ​ໃຫຍ່​ສຸດ​ໃນ​ປີ. ສາດສະດາຈານ, ດຣ ຫງວຽນ​ແອ​ງຈີ໋, ຫົວໜ້າສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ ​ແບ່ງປັນ​ວ່າ, ການ​ບໍລິຈາກ​ເລືອດ​ກູ້​ເອົາ​ຊີວິດ​ມະນຸດ​ຍາມ​ຕົ້ນ​ລະດູບານ​ໃໝ່​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ລົບ​ລ້າງ​ແນວ​ຄວາມ​ຄິດ​ທີ່​ວ່າ ບໍລິຈາກ​ເລືອດ​ຍາມ​ຕົ້ນ​ປີ​ແມ່ນ​ບໍ່​​ໂຊກດີ.

        ປະຈຸ​ບັນ, ​ໃນ​ສາງ​ຂອງສະ​ຖາ​ບັນ​ໂລຫິດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງຍັງ​ສະ​ສົມ​ເລືອດ 10.000ຖົງ, ດັ່ງ​ນັ້ນຈະ​ບໍ່​ເກີດ​ສະພາບ​​ຂາດ​ເລືອດ​ພາຍຫຼັງ​ບຸນປີ​ໃໝ່​ປະຈຳ​ຊາດ​ຄື​ທຸກ​ປີ​ອີກ.


ຂ່າວ/ບົດ​ອື່ນ