ງານບຸນບາລູນຢູ່ແຂວງ ກອນຕຸມ

(VOVWORLD) -ຕາມຄະນະຈັດຕັ້ງແລ້ວ, ດ້ວຍໝາກບາລູນ 30 ໜ່ວຍ, ງານບຸນໄດ້ກຳນົດສະຖິຕິຂອງ ຫວຽດນາມ ກ່ຽວກັບຈຳນວນບາລູນບິນຢູ່ເຫດການໜຶ່ງ.
ງານບຸນບາລູນຢູ່ແຂວງ ກອນຕຸມ - ảnh 1 ງານບຸນບາລູນໂສມ ງອັກລິງ K5
(ພາບ: TTXVN)

        ງານບຸນບາລູນໂສມ ງອັກລິງ K5 ດ້ວຍຫົວຂໍ້ “ບິນກັບເມືອປ່າດົງ” ໄຂຂຶ້ນໃນຕອນເຊົ້າວັນທີ 06 ກຸມພາ, ຢູ່ຕາແສງ ດັກຮ່າ, ເມືອງ ຕູເມີຣົງ, ແຂວງ ກອນຕຸມ. ມີປະຊາຊົນນັບພັນຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ເຂົ້າຮ່ວມງານບຸນ ແລະ ພິເສດແມ່ນມີການເຂົ້າຮ່ວມຂອງທ່ານພົນຕີ, ນັກວິລະຊົນກຳລັງປະກອບອາວຸດ ຟ້າມຕວນ. ງານບຸນບາລູນ ດັ່ງກ່າວຈັດຂຶ້ນແຕ່ວັນທີ 06 – 09 ກຸມພາ, ໃນນັ້ນຢູ່ເມືອງ ຕູເມີຣົງ ຈັດຂຶ້ນເປັນ 2 ວັນ ແລະ ຢູ່ນະຄອນ ກອນຕຸມ 2 ວັນ. ຕາມຄະນະຈັດຕັ້ງແລ້ວ, ດ້ວຍໝາກບາລູນ 30 ໜ່ວຍ, ງານບຸນໄດ້ກຳນົດສະຖິຕິຂອງ ຫວຽດນາມ ກ່ຽວກັບຈຳນວນບາລູນບິນຢູ່ເຫດການໜຶ່ງ.

        ພ້ອມກັບງານບຸນນີ້, ເມືອງ ຕູເມີຣົງ ຍັງຈັດຫຼາຍເຫດການຄື: ຕະຫຼາດໂສມ ງອັກລິງ; ກອງປະຊຸມສຳມະນາຄວາມສາມາດບົ່ມຊ້ອນ ແລະ ມາດຕະການແກ້ໄຂພັດທະນາການທ່ອງທ່ຽວເມືອງ ຕູເມີຣົງ.

ຕອບກັບ

ຂ່າວ/ບົດ​ອື່ນ