ງານບຸນມອດໄຟເພື່ອຕອບສະໜອງ ໂມງໜ່ວຍໂລກ

(VOVWORLD) -ງານບຸນມອດໄຟໄດ້ຟ້າດຳເນີນແຕ່ເວລາ 9 ໂມງ ຫາ 21 ໂມງ 30 ນາທີ ຂອງວັນທີ 25 ມີນາ ຢູ່ສູນອິນດູຈີນ Plaza ຮ່າໂນ້ຍ.
ງານບຸນມອດໄຟເພື່ອຕອບສະໜອງ ໂມງໜ່ວຍໂລກ - ảnh 1ຮ້ານວາງສະແດງໜຶ່ງຢູ່ງານບຸນມອດໄຟ

     ນີ້ແມ່ນເຫດການໃຫຍ່ ໃນບັ້ນມອດໄຟ ປຸກລຸກແນວຄວາມຄິດປີ 2023 ດ້ວຍຫົວຂໍ້ “ແຟຊັນແບບຍືນຍົງ” ແລະ ສານ “ມີຊີວິດແບບຍືນ, ມີຊີວິດຢ່າງຕັ້ງໜ້າ”. ບັ້ນເຄື່ອນໄຫວມອດໄຟ ແລະ ເປີດແນວຄວາມຄິດປີ 2023 ແມ່ນຂໍ້ລິເລີ່ມ ຂອງບໍລິສັດຫຸ້ນສ່ວນການຄ້າ BOO ປະຕິບັດດ້ວຍ ຈຸດປະສົງເພື່ອຕອບສະໜອງໂມງໜ່ວຍໂລກ. ພາລະກຳ ມອດໄຟ ປຸກລຸກແນວຄວາມຄິດ ປີນີ້ ແມ່ນເພື່ອສ້າງເຄືອຂ່າຍແຟຊັ່ນແບບຍືນຍົງໂດຍການຮ່ວມມືຂອງທັງວິສາຫະກິດ ແລະ ສ່ວນ ບຸກຄົນ.

    ງານບຸນມອດໄຟ ລວມມີບັນດາການເຄື່ອນໄຫວດັ່ງນີ້: ວາງສະແດງບັນດາຮ້ານຄ້າໃນເຄືອຂ່າຍແຟຊັນແບບຍືນຍົງ; ວາງສະແດງບັນດາຮ້ານຄ້າ ສີຂຽວ, ພົບປະກັບ 3 ເອກອັກຄະລັດຖະທູດຂອງໂຄງການຄື: ນາງງານສັນຕິພາບໂລກ 2021 ຫງວຽນທຸກ ຖຸ່ຍຕ໋ຽນ,  Fashionista ເຈົາບຸຍ,  ນາງແບບ ມິນຕູ້ ແລະ ນັກສິລະປິນຫຼາຍຄົນເຂົ້າຮ່ວມນຳ. ໂດຍສະເພາະ, ຄະນະຈັດຕັ້ງໄດ້ມອດໄຟເພື່ອຕອບສະໜອງໂມງໜ່ວຍໂລກ ແຕ່ເວລາ 20 ໂມງ 30 ນາທີ - 21 ໂມງ30 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ