ງານບຸນລະດູຮ້ອນ - Wow ດ່ານັ້ງ ດ້ວຍການເຄື່ອນໄຫວທີ່ດູດດື່ມຫຼາຍຢ່າງ

(VOVWORLD) - ຈຸດພົ້ນເດັ່ນຂອງງານບຸນແມ່ນຄ່ຳຄືນງານລາຕີ ຕ້ອນຮັບລະດູຮ້ອງ, ຄື: ງານບຸນອາຫານການກິນ ຫວຽດນາມ - ສາກົນ; ງານບຸນສະແດງສິລະປະຢູ່ຕາມທ້ອງຖະໜົນ…
ງານບຸນລະດູຮ້ອນ - Wow ດ່ານັ້ງ ດ້ວຍການເຄື່ອນໄຫວທີ່ດູດດື່ມຫຼາຍຢ່າງ - ảnh 1(ການຖະແຫຼງຂ່າວກ່ຽວກັບງານບຸນ)

        ນະຄອນ ດ່ານັ້ງ ສືບຕໍ່ຈັດບັນດາລາຍການງານບຸນລະດູຮ້ອນ - Wow ດ່ານັ້ງ ດ້ວຍການເຄື່ອນໄຫວຫຼາຍຢ່າງ. ຈຸດພົ້ນເດັ່ນຂອງງານບຸນແມ່ນຄ່ຳຄືນງານລາຕີ ຕ້ອນຮັບລະດູຮ້ອງ, ຄື: ງານບຸນອາຫານການກິນ ຫວຽດນາມ - ສາກົນ; ງານບຸນສະແດງສິລະປະຢູ່ຕາມທ້ອງຖະໜົນ… ທ່ານ ຕານວັນເວືອງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

        “ໃນໂອກາດລະດູຮ້ອນປີນີ້, ເດືອນ ກໍລະກົດ ແລະ ສິງຫາ, ນະຄອນ ດ່ານັ້ງ ໄດ້ຈັດຫຼາຍເຫດການຮັບໃຊ້ແຂກທ່ອງທ່ຽວ, ພິເສດແມ່ນງານບຸນອາການການກິນ ຫວຽດນາມ - ສາກົນ. ພວກຂ້າພະເຈົາຈະຈັດຮ້ານອາຫານ 50 ຮ້ານຂອງບັນດາແຂວງ, ນະຄອນເຊືື່ອມຕໍ່ກັບນະຄອນ ດ່ານັ້ງ. ບັນດາການເຄື່ອນໄຫວ, ເຫດການດັ່ງກ່າວ ຈະສ້າງເຄື່ອງໝາຍ ດ່ານັ້ງ ດຶງດູດແຂກທ່ອງທ່ຽວ, ເພີ່ມຄຸນຄ່າໃນການຄົ້ນຫາຂອງແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ດ່ານັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ