ງານ​ບຸນ​ວັນ​ເພັງ​ເດືອນ​ຈຽງ ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ 2024 ທີ່​ມີ​ຄວາມຄຶກ​ຄື້ນ​ມ່ວນ​​ຊື່ນ

(VOVWORLD) - ຕອນຄ່ຳວັນທີ 24 ກຸມພາ, ກົງກັບວັນເພັງເດືອນຈຽງປີມະໂລງ 2024, ຢູ່ສູນວັດທະນະທຳເມືອງ 5, ນະຄອນ ໂຮ່ຈີມິນ ຂອງ ຫວຽດນາມ, ຄະນະຈັດບັນດາວັນບຸນໃຫຍ່ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການຄ່ຳຄືນວັນເພັງເດືອນຈຽງລະດູບານໃໝ່ປີມະໂລງ 2024.
ງານ​ບຸນ​ວັນ​ເພັງ​ເດືອນ​ຈຽງ ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ 2024 ທີ່​ມີ​ຄວາມຄຶກ​ຄື້ນ​ມ່ວນ​​ຊື່ນ - ảnh 1ບັນຍາກາດຂອງງານບຸນວັນເພັງເດືອນຈຽງ (ພາບ: TTXVN)

ປີນີ້, ຄ່ຳຄືນວັນເພັງເດືອນຈຽງ ໄດ້ຈັດຫຼາຍກິດຈະກຳທີ່ອຸດົມສົມບູນ. ພິເສດແມ່ນພິທີແຫ່ຂະບວນ ໂດຍມີການເຂົ້າຮ່ວມນັກສະແດງ, ປະຊາຊົນ 1.500 ຄົນໄດ້ແຕ່ງກາຍສະແດງຮີດຄອງປະເພນີຂອງບັນດາກຸ່ມພາສາຊາວເຜົ່າ ຈີນ, ສົມທົບກັບການສະແດງຟ້ອນສິງໂຕ, ກາຍສະສິນ... ແມ່ນກິດຈະກຳຈັບໃຈທີ່ສຸດຂອງງານບຸນ.

ງານບຸນວັນເພັງເດືອນຈຽງ ຢູ່ເມືອງ 5 ໄດ້ຮັກສາ ແລະ ຈັດຂຶ້ນໃນຕະຫຼອດ 30 ກວ່າປີຜ່ານມາ, ໄດ້ກາຍເປັນເຫດການປະຈຳປີທີ່ສຳຄັນຂອງນະຄອນ ໂຮ່ຈີມິນ. ນອກຈາກຄຸນຄ່າທາງດ້ານປະຫວັດສາດ, ການເມືອງ, ວັດທະນະທຳ ແລະ ສັງຄົມ, ງານບຸນດັ່ງກ່າວ ຍັງສະແດງຄຸນຄ່າຂອງວົງຄະນະຍາດ, ຮ່ອງຮອຍຕາມການເວລາ ແລະ ກໍແມ່ນຊັບສິນທາງດ້ານຈິດໃຈຂອງປະຊາຊົນ; ແມ່ນຈຸດຄວາມງາມອັນກົມກ່ຽວເຊິ່ງມາຈາກການປະສົມປະສານລະຫວ່າງວັດທະນະທຳ ຫວຽດນາມ ກັບວັດທະນະທຳຊາວເຜົ່າ ຈີນ ໃນວົງຄະນະຍາດບັນດາເຜົ່າຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ