ງານ​ບຸນ​ເປີດ​ປະ​ທັບ​ຕາ ວິ​ຫານ ເຈິ່ນ ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ 2024

(VOVWORLD) - ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ.
ງານ​ບຸນ​ເປີດ​ປະ​ທັບ​ຕາ ວິ​ຫານ ເຈິ່ນ ລະ​ດູ​ບານ​ໃໝ່​ປີ​ມະ​ໂລງ 2024 - ảnh 1ພິທີແຫ່ປະທັບຕາ (ພາບ: ໜັງສືພິມ ນາມດິ້ງ)

ງານບຸນເປີດປະທັບຕາ ວິຫານ ເຈິ່ນ ລະດູບານໃໝ່ປີມະໂລງ 2024 ຖືກດຳເນີນໃນຕອນກາງຄືນວັນທີ 23 ກຸມພາ, ຮຸ່ງເຊົ້າວັນທີ 24 ກຸມພາ (ເຊິ່ງກົງກັບຄ່ຳຄືນວັນທີ 14, ຮຸ່ງເຊົ້າວັນທີ 15 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ) ຢູ່ເຂດປູຊະນີຍະສະຖານວິຫານ ເຈິ່ນ, ແຂວງ ນາມດິ້ງ ຂອງ ຫວຽດນາມ. ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາພິທີກຳຄື: ຖະຫວາຍທູບທຽນ, ແຫ່ປະທັບຕາ ແລະ ເປີດປະທັບຕາ ໄດ້ດຳເນີນໄປດ້ວຍຄວາມໝາຍ ອະທິຖານພາວະນາໃຫ້ປະຊາຊົນມີຄວາມສະຫງົບສຸກ, ປະເທດເທດມີສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ສຶກສາມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເຊີດຊູ ລາດຊະວົງ ເຈິ່ນ, ເຊິ່ງເປັນ ລາດຊະວົງທີ່ມິອິດທິພົນຢ່າງສະຫງ່າລາສີໃນປະຫວັດສາດຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນທິຍື, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ນາມດິ້ງ, ເນັ້ນໜັກວ່າ:

        “ງານບຸນເປີດປະທັບຕາ ແມ່ນມີຄວາມໝາຍວັດທະນະທຳມະນຸດອັນຍິ່ງໃຫຍ່ ນັ້ນແມ່ນ ພາວະນາໃຫ້ “ປະເທດຊາດມີສັນຕິພາບຈະເລີນຮຸ່ງເຮືອງ, ປະຊາຊົນມີຄວາມສະຫງົບສຸກ”, ທຸກໆຄອບຄົວລ້ວນແຕ່ໄດ້ຊົມໃຊ້ສິນປະທັບຕາຈາກວິຫານ ເຈິ່ນ”.


ຕອບກັບ

ຂ່າວ/ບົດ​ອື່ນ