ງານບຸນເສື້ອຍາວທີ່ເປັນເອກະລັກບົນເສັ້ນທາງມຸ່ງໄປສູ່ມໍລະດົກ

(VOVWORLD) -ໃນຂອບເຂດງານ Festival ອາຊີບຫັດຖະກຳ ເຫ້ວ 2019, ຕອນຄ່ຳວັນທີ 28 ເມສາ, ຢູ່ປະຕູໂຂງ ເງາະມົນ, ພະລາດຊະວັງ ເຫ້ວ, ໄດ້ຈັດງານບຸນສະແດງຊຸດເສື້ອຍາວທີ່ມີຫົວເລື່ອງ “ເສື້ອຍາວທີ້ເປັນເອກະລັກບົນເສັ້ນທາງມຸ່ງໄປສູ່ມໍລະດົກ” 
ງານບຸນເສື້ອຍາວທີ່ເປັນເອກະລັກບົນເສັ້ນທາງມຸ່ງໄປສູ່ມໍລະດົກ - ảnh 1ຄວາມງາມທີ່ເປັນເອກະລັກຂອງເສື້ອຍາວຫວຽດນາມ 

ງານບຸນເສື້ອຍາວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍ ແລະ ໄດ້ຮັບຄວາມລໍຄອຍທີ່ສຸດຈາກປະຊາຊົນໃນ ງານ Festival ທີ່ຖືກຈັດຂຶ້ນແຕ່ລະເທື່ອ ຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນນັບພັນຄົນ.

     ທີ່ ງານບຸນ, ແຂກທ່ອງທ່ຽວຈະໄດ້ຮັບຊົມເສື້ອຍາວນັບຮ້ອຍຊຸດຂອງບັນດານັກອອກແບບ ແຟຊັນ ທີ່ລື່ຊື່ຂອງຫວຽດນາມ. ດ້ວຍຫົວເລື່ອງ :  “ເສື້ອຍາວທີ້ເປັນເອກະລັກບົນເສັ້ນທາງມຸ່ງໄປສູ່ມໍລະດົກ” ບັນດານັກອອກແບບ ແຟຊັນໄດ້ນຳເອົາ ຮູບພາບທິວທັດທຳມະຊາດຫຼືບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງບັນດາ ມໍລະດົກໂລກ ຊຶ່ງໄດ້ຮັບການຮັບຮອງຈາກອົງການ UNESCO ເຊັ່ນ:ກຳແພງໃນສະໄໝລາດຊະວົງໂຮ່ ຂອງແທງຮ້ວາ, ຟອງຍາແກບາງຂອງກວາງບີງ,  ຄຸ້ມຖະໜົນເກົ່າ ໂຫ້ຍອານ…ເຂົ້າໃນເສື້ອຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ