ງານບຸນແກວ່ງໝາກຄອນ 3 ປະເທດຫວຽດນາມ - ລາວ - ຈີນ

(VOVWORLD) -ງານບຸນແກວ່ງໝາກຄອນລະຫວ່າງບັນດາເມືອງຢູ່ເຂດຊາຍແດນ 3 ປະເທດຫວຽດນາມ - ລາວ - ຈີນ ຄັ້ງທີ 6 ດ້ວຍຫົວຂໍ້ວ່າ “ສີສັນມິດຕະພາບ” ຖືກດຳເນີນໃນຕອນຄ່ຳວັນທີ 29 ທັນວາ, ຢູ່ເມືອງຊາຍແດນ ເມື່ອງແຕ່, ແຂວງລາຍເຈົາ.

ງານບຸນແກວ່ງໝາກຄອນ 3 ປະເທດຫວຽດນາມ - ລາວ - ຈີນ - ảnh 1 ງານບຸນແກວ່ງໝາກຄອນ 3 ປະເທດຫວຽດນາມ - ລາວ - ຈີນ

(ພາບ: TTXVN)

ເຂົ້າຮ່ວມງານບຸນມີ 5 ຄະນະ, ດ້ວຍຜູ້ແທນເກືອບ 1.000 ຄົນ ທີ່ເປັນນັກສະແດງ, ນັກກິລາ ທີ່ມາຈາກບັນດາທ້ອງຖິ່ນຄື: ເມືອງ ເມື່ອງແຕ່ (ແຂວງ ລາຍເຈົາ), ນະຄອນດ້ຽນບຽນ, ເມືອງ ເມື່ອງແຍ໊ (ແຂວງດ້ຽນບຽນ) ຂອງຫວຽດນາມ, ແຂວງຜົ້ນສາລີ (ລາວ); ເມືອງ ຈາງເຈິງ, ແຂວງ ຢວຽນໜານ (ປະເທດຈີນ).

          ງານບຸນດຳເນີນໃນລະຫວ່າງວັນທີ 29 – 31 ທັນວາ, ດ້ວຍການເຄື່ອນໄຫວວັດທະນະທຳ, ສີລະປະ, ກິລາ, ການລະຫຼີ້ນບັນເທິງຫຼາຍຢ່າງຂອງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ 3 ປະເທດຄື: ພິທີບູຊາ ແລະ ແຮ່ໝາກຄອນ; ການແຂ່ງຂັນບັນດາປະເພດກິລາຊົນເຜົ່າ; ງານສະແດງຊຸດອາພອນຊົນເຜົ່າພົ້ນເດັ່ນ… ນອກນັ້ນ, ທີ່ງານບຸນຍັງດຳເນີນງານຕະຫຼາດນັດການຄ້າ ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງເກືອບ 100 ຮ້ານທີ່ມາຈາກ 3 ປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ