ງານບຸນ“ແນະນຳວັດທະນະທຳຫວຽດນາມ”ຢູ່ສ.ເຊັກໂກ

ງານບຸນ“ແນະນຳວັດທະນະທຳຫວຽດນາມ”ຢູ່ສ.ເຊັກໂກ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ລາຍ​ການ
(ພາບ: Trần Quang Vinh/Vietnam+)

(vovworld) – ວັນ​ທີ 21/5, ຢູ່ Prague, ສ. ເຊັກ​ໂກ ໄດ້​ດຳ​ເນີນ​ງານ​ບຸນ “​ແນະ​ນຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ” ໂດຍ​ສະ​ຖານ​ທູດ ຫວຽດ​ນາມ, ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ ສ. ເຊັກ​ໂກ ສົມ​ທົບ​ກັນ​ຈັດ​ຕັ້ງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ “ປີ​ວັ​ດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ເຊັກ​ໂກ” ແລະ ນອນ​ໃນ 65 ເຫດ​ການ​ສະ​ເຫຼີ​ມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ເຊັກ​ໂກ. ການ​ເຄື່ອນ​ໄຫວ​ແນະ​ນຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ມະ​ຫາ​ຊົນ ເຊັກ​ໂກ ເກືອບ 3.000 ຄົນ​ເຂົ້າ​ຮ່ວມ ແລະ ຄະ​ນະ​ຈັດ​ຕັ້ງ​ຕີ​ລາ​ຄາ​ວ່າ “ບັນ​ລຸ​ຜົນ​ສຳ​ເລັດ​ເກີນ​ຄວາມ​ລໍ​ຄອຍ”. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ເຈືອງ​ແມ້ງ​ເຊີນ ໃຫ້​ຮູ້​ວ່າ: “ຈຸດ​ປະ​ສົງ​ຂອງ​ງານ​ບຸນ​ແມ່ນ​ຊ່ວຍ​ໃຫ້​ຊາວ​ເຊັກ​ໂກ ຄົ້ນ​ຫາ, ຢ້ຽ​ມ​ຊົມ​ຄວາມ​ງາມ​ທຳ​ມະ​ຊາດ, ​ຮີດ​ຄອງ​ປະ​ເພ​ນີ ແລະ ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ຜ່ານ​ການ​ສະ​ແດງ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່​ ເຊັກ​ໂກ. ປະ​ຊາ​ຄົມ​ນີ້​ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ປະ​ເທດປະ​ຈຳ​ຖິ່ນ​ເປັນ​ຢ່າງ​ດີ, ມີ​ການ​ປະ​ກອບ​ສ່ວນ​ພໍ​ສົມ​ຄວນ​ໃຫ້​ແກ່​ປະ​ເທດ ເຊັກ​ໂກ ແຕ່ກໍ່​ຮັກ​ສາ ແລະ ຜັນ​ຂະ​ຫຍາຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ເຮັດ​ໃຫ້​ສີ​ສັນ​ສັງ​ຄົມ ເຊັກ​ໂກ ຫຼາຍ​ຮູບຫຼາຍ​ແບບ​ກ່​ວາ.”
ຂ່າວ/ບົດ​ອື່ນ