ງານປະກວດສຽງເພງດ້ວຍພາສາ ຝຣັ່ງ 2017 - ເຫດການວັດທະນະທຳເຊື່ອມຕໍ່ 2 ພື້ນຖານສີ​ວິ​ໄລ ອາຊີ - ເອີລົບ

(VOVWORLD) -   ງານປະກວດສຽງເພງດ້ວຍພາສາ ຝຣັ່ງ ປີ 2017 ໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຫວຽດນາມ ເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ ພາສາຝຣັ່ງ ຢູ່ ຮ່າໂນ້ຍ (1997 – 2017)
ງານປະກວດສຽງເພງດ້ວຍພາສາ ຝຣັ່ງ 2017 - ເຫດການວັດທະນະທຳເຊື່ອມຕໍ່ 2 ພື້ນຖານສີ​ວິ​ໄລ ອາຊີ - ເອີລົບ - ảnh 1 ການມອບລາງວັນທີ່ງານປະກວດ

ຕອນຄ່ຳວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ແລະ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໄດ້ສົມທົບກັນຈັດຕັ້ງ ງານປະກວດສຽງເພງດ້ວຍພາສາ ຝຣັ່ງ ປີ 2017 ຮອບຊິງຊະນະເລີດ.

        ງານປະກວດສຽງເພງດ້ວຍພາສາ ຝຣັ່ງ ປີ 2017 ໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນ ຫວຽດນາມ ເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ ພາສາຝຣັ່ງ ຢູ່ ຮ່າໂນ້ຍ (1997 – 2017), ແມ່ນໂອກາດເພື່ອໃຫ້ບັນດາຜູ້ຮຽນພາສາ ແລະ ນິຍົມພາສາຝຣັ່ງ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ, ສະແດງຄວາມຮັກຕໍ່ພາສາ ຝຣັ່ງ ກໍ່ຄືປະເທດຊາດ, ປະຊາຊົນ ຝຣັ່ງ. ກ່າວຄຳເຫັນທີ່ຮອບຊິງຊະນະເລີດ, ທ່ານ ຫງວຽນຕ໋ຽນລອງ, ຜູ້ອຳນວຍລະບົບລາຍການກະຈາຍສຽງ ພາກພາສາຕ່າງປະເທດແຫ່ງຊາດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ, ເນັ້ນໜັກວ່າ:

        “ມື້ນີ້, ພວກເຮົາໄດ້ເຫັນປະຈັກຕາເຫດການວັດທະນະທຳ ມີຄວາມໝາຍເຊື່ອມຕໍ່ 2 ພື້ນຖານສີວິໄລ ອາຊີ - ເອີລົບ, ນັ້ນແມ່ນຮອບຊິງຊະນະເລີດງານປະກວດສຽງເພງດ້ວຍພາສາ ຝຣັ່ງ ໂດຍບັນດາຜູ້ເຂົ້າປະກວດແມ່ນຊາວ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືມີຄວາມໝາຍລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ, ອົງການສື່ສານແຖວໜ້າຂອງ ຫວຽດນາມ ແລະ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຊຶ່ງແມ່ນສະຖານທີ່ບຳລຸງສ້າງນັກສຶກສາຫຼາຍລຸ້ນຄົນ, ແມ່ນແກ່ນສານໃຫ້ພາລະກິດເຊື່ອມໂຍງ, ພັດທະນາຂອງ ຫວຽດນາມ.

        ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 1 ລາງວັນທີສອງ, 1 ລາງວັນທີ 3, 2 ລາງວັນຊົມເຊີຍ, ພ້ອມກັນນັ້ນ ຍັງມີລາງວັນໃຫ້ຜູ້ເຂົ້າປະກວດທີ່ມີອາຍຸນ້ອຍທີ່ສຸດ ແລະ ລາງວັນໄດ້ຮັບການເລືອກເຟັ້ນຫຼາຍທີ່ສຸດໃນແວັບໄຊຂອງ VOV5.

ຕອບກັບ

ຂ່າວ/ບົດ​ອື່ນ