ງານປະກວດສຽງເພງຫວຽດນາມ-ອາຊຽນ 2017ທີ່ຈັດຂຶ້ນຢູ່ລາວ


ງານປະກວດສຽງເພງຫວຽດນາມ-ອາຊຽນ 2017ທີ່ຈັດຂຶ້ນຢູ່ລາວ - ảnh 1
ລາງວັນ​ທີ 1 ແມ່ນ​ໄດ້​ແກ່​ນັກ​ຮ້ອງ ຫງວຽ​ນ​ທິ​ກິມ​ລຽນ ຢູ່​ໄທ

(vovworld)- ຕອນ​ຄ່ຳວັນ​ທີ 14/3, ຢູ່​ນະ​ຄອນຫຼວງວຽງ​ຈັນ ໄດ້​ດຳ​ເນີນ​ ​ຮອບ​ຊິງ​ຊະ​ນະ​ເລີດ ແລະ ມອບ​ລາງວັນງານ​ປະ​ກວດ​ສຽງ​ເພງຫວຽດ​ນາມ-ອາ​ຊຽນ 2017, ມີ​ນັກ​ຮ້ອງ​ສຽງ​ດີ 16 ຄົນ​ໄດ້​ເຂົ້າ​ຮ່ວມ, ໃນ​ນັ້ນ​ມີ ນັກ​ຮ້ອງ 7 ຄົນ​ຢູ່​ໄທ, 4 ຄົນ​ຢູ່​ລາວ, ແລະ 5 ຄົນ​ຢູ່​ຫວຽດ​ນາມ. ຜົນ​ມີ​ຢູ່ວ່າ: ລາງວັນ​ທີ 1 ແມ່ນ​ໄດ້​ແກ່​ນັກ​ຮ້ອງ ຫງວຽ​ນ​ທິ​ກິມ​ລຽນ ຢູ່​ໄທ, 2 ລາງວັນ​ທີ 2 ແມ່ນໄດ້​ແກ່​ນັກ​ຮ້ອງຢູ່​ຫວຽດ​ນາມ ແລະ  ຢູ່​ໄທ. ສ່ວນ​ນັກ​ຮ້ອງ 2 ຄົນຢູ່ຫວຽດ​ນາມ ແລະ 1 ຄົນ​ຢູ່​ລາວ​ແມ່ນ​ໄດ້​ຮັບ​ລາງວັນ​ທີ 3 . ​

ຂ່າວ/ບົດ​ອື່ນ