ງານພົບປະວິສາຫະກິດຫວຽດນາມ ຢູ່ລາວ

ງານພົບປະວິສາຫະກິດຫວຽດນາມ ຢູ່ລາວ - ảnh 1
ງານ​ພົບ​ປະ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ
(ພາບ: nhandan.com.vn)


(vovworld) - ວັນ​ທີ 03/03, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ງານ​ພົບ​ປະຍາມ​ຕົ້ນ​ປີ​ໃໝ່ ກັບ​ກຸ່ມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ. ​​ເມື່ອແລກປ່ຽນທີ່​ການ​ພົບ​ປະ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ຫວຽດນາມ ມີ 412 ​ໂຄງການ​ລົງທຶນ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ​ກວ່າ 5 ຕື້ USD, ຢືນ​ອັນ​ດັບ 3 ​ໃນ​ຈຳນວນ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ລົງທຶນ​ເຂົ້າ​ລາວ. ບັນດາ​ໂຄງການ​ລົງທຶນ​ສ່ວນ​ຫຼາຍ​ໄດ້ສຸມ​ໃສ່ຂົງ​ເຂດຂຸດ​ຄົ້ນ​ແຮ່ທາດ, ​ໄຟຟ້າ​ນ້ຳຕົກ, ກະສິກຳ, ການ​ບໍລິການ... ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ລາວ ບັນລຸ​ລະດັບ 2 ຕື້ USD ​ໃນ​ປີ 2015.

   ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ, ຈະ​ມານະ​ພະຍາຍາມ​​ຮ່ວມເດີນທາງ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຍາມ​ໃດການ​ນຳ​ພັກ ​ແລະ ລັດຖະບານ 2 ປະ​ເທດ ກໍ່​ເຊື່ອ​ໝັ້ນ​ຕໍ່​ຄວາມ​ຕັດສິນ​ໃຈ​ຂອງບັນດາ​ວິ​ສາ​ຫະກິດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ​​ເພີ່ມ​ທະວີ​ຄວາມ​ຜູກ​ຮັດ​ກັບ​ປະຊາ​ຄົມ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ