ງານພົບປະເຈລະຈາຂັ້ນສູງລະຫວ່າງກະຊວງຕຳຫລວດຫວຽດນາມແລະກະຊວງຕຳຫລວດຈີນ

ງານພົບປະເຈລະຈາຂັ້ນສູງລະຫວ່າງກະຊວງຕຳຫລວດຫວຽດນາມແລະກະຊວງຕຳຫລວດຈີນ - ảnh 1
ງານພົບປະເຈລະຈາຂັ້ນສູງລະຫວ່າງກະຊວງ
ຕຳຫລວດຫວຽດນາມ ແລະ ກະຊວງຕຳຫລວດຈີນ

(vovworld) - ​ຕອນ​ບ່າຍ​ວັນ​ທີ 25/09, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງຕຳຫລວດ ຫວຽດນາມ ​ໂຕ​ເລີມ ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫລວດ ຈີນ ກົວ​ເຊິ​ງກວນ ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ລັດຖະມົນຕີ ​ໂຕ​ເລີມ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ ຫວຽດ​ນາມ - ຈີນ ພັດທະນາ​ໃນ​ທຸກ​ຂົງ​ເຂດ. ສ່ວນ​ທ່ານ​ລັດຖະມົນຕີ​ ກົວ​ເຊິ​ງກວນ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​​​ເມື່ອ​ເຫັນ​ວ່າ​ໄລຍະ​ຜ່ານ​ມາ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ​ ​ແລະ ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ - ກະຊວງ​ຕຳຫລວດ ຈີນ ​ເວົ້າ​ສະ​ເພາະ​ໄດ້​ຮັບ​ການເປີດ​ກ້ວາງ, ພັດທະນາ, ບັນລຸ​ໄດ້​ໝາກຜົນ​​ແທ້​ຈິງຫລາຍ​ຢ່າງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ບໍ່​ຢຸດຢັ້ງ. ລັດຖະມົນຕີທັງ 2 ທ່ານສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ພັດທະນາຢ່າງ​ແຮງ​ກ່ວາ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

        ​ແລະ​​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ ​ໂຕ​ເລີມ ​ແລະ ທ່ານ​ລັດ​ຖຸະມົນຕີກະຊວງ​ຕຳຫລວດ ຈີນ ກົວ​ເຊິ​ງກວນ ເປັນ​ປະທານ​ຮ່ວມ​ກອງ​ປະ​ຊຸມ​ຮ່ວມ​ມື, ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຄັ້ງທີ 5 ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ກະຊວງ​ຕຳຫລວດ ຈີນ.

 

ຂ່າວ/ບົດ​ອື່ນ