ງານພົບປະແລກປ່ຽນ, ໂອ້ລົມສົນທະນາ “ໄຊຊະນະດ້ຽນບຽນຝູ ກັບການປະຕິວັດຫວຽດນາມ, ລາວ, ກຳປູເຈຍ”

ງານພົບປະແລກປ່ຽນ, ໂອ້ລົມສົນທະນາ “ໄຊຊະນະດ້ຽນບຽນຝູ ກັບການປະຕິວັດຫວຽດນາມ, ລາວ, ກຳປູເຈຍ” - ảnh 1
(ໄຊຊະນະ​ດ້ຽນບຽນ​ຝູ)

(vovworld) –  ງານ​ພົບ​ປະ​ແລກປ່ຽນ, ​ໂອ້​ລົມ​ສົນທະນາ “​ໄຊຊະນະ​ດ້ຽນບຽນ​ຝູ ກັບການ​ປະຕິວັດ​ຫວຽດນາມ, ລາວ, ກຳປູ​ເຈຍ” ​ແມ່ນລາຍການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (07/05/1954 – 07/05/2014), ​ເຊິ່ງຖືກ​ດຳ​ເນີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 08/05, ຢູ່​ຮ່າ​ໂນ້ຍ, ​ໂດຍ​ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດ​ຕະພາບ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ຈັດ​ຕັ້ງຂຶ້ນ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ​ໂດຍ​ຕາງໜ້າ​​ໃຫ້​ບັນດາ​ຜູ້​ແທນ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ຈອມພົນ Oc Nha Chao Phally, ຮອງ​ລັດຖະມົນຕີ​​ກະຊວງ​ປ​້ອງກັນ​ປະ​ເທດ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ກຳປູ​ເຈຍ - ຫວຽດນາມ ​ແລະ ພົນ​ຈັດຕະວາ ພູ​ວົງ ວົງ​ພົມ, ຜູ້ຮັກສາການຫົວໜ້າກົມໃຫຍ່ພະລາທິການກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ເຂົ້າ​ຮ່ວມ​ລາຍການ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ. ຈອມພົນ Oc Nha Chao Phally ​ແລະ ພົນ​ຈັດຕະວາ ພູ​ວົງ ວົງ​ພົມ ​ເປັນ​ເອກະ​ພາບ​ໃຫ້​ຂໍ້​ສັງ​ເກດ​ວ່າ ໄຊຊະນະ​ດ້ຽນບຽນ​ຝູ ບໍ່​ພຽງ​ແຕ່​ແມ່ນ​ວິລະ​ກຳ​ທີ່​ຍິ່ງ​ໃຫຍ່​ຂອງ​ກອງທັບ ​ແລະ ປະຊາຊົາຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໄຊຊະນະ​ລວມຂອງ 3 ປະ​ເທດ​​ໃນ​ແຫຼມ​ອິນດູຈີນ ອີກ​ດ້ວຍ. ​ໄຊຊນະ​ນະ​ປະຫວັດສາດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ ຮ່ວມ​ສຳພັນ​ສູ້​ຮົບ​ລະຫວ່າງ 3 ປະ​ເທດ ລາວ, ກຳປູ​ເຈຍ, ຫວຽດນາມ ຢ່າງ​ມີ​ຊີວິດ​ຊີວາ. ລຸນ​ໜຸ່ມຂອງ 3 ປະ​ເທດອິນດູຈີນ ​ຕ້ອງຮໍ່າຮຽນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​ໃນ​ບັ້ນ​ຮົບດ້ຽນບຽນ​ຝູ ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ