ງານພົບປະແລກປ່ຽນກັບນັກອະວະກາດຫວຽດນາມແລະລັດເຊຍ

ງານພົບປະແລກປ່ຽນກັບນັກອະວະກາດຫວຽດນາມແລະລັດເຊຍ - ảnh 1
ນັກອະວະກາດຫວຽດນາມ ຟ້າ​ມຕວນ ​ແລະ
​ນັກອະວະກາດສະຫະພັນ​ລັດ​ເຊຍ Victor Vasilevich Gorbatko
(ພາບ: vnexpress.net)

​​(vovworld) - ທີ່​ງານ​ພົບ​ປະລະ​ຫວ່າງ​ນັກອະວະກາດຫວຽດນາມ ຟ້າ​ມຕວນ ​ແລະ ​ນັກອະວະກາດສະຫະພັນ​ລັດ​ເຊຍ Victor Vasilevich Gorbatko, ຖືກດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 22/07, ຢູ່​ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ລັດ​ເຊ​ຍ (​ຮ່າ​ໂນ້ຍ), ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 35 ປີ​ແຫ່ງ​ວັນປະຕິບັດ​ຖ້ຽວ​ບິນ​ເຂົ້າ​ໂລກ​ຈັກກະວານ​ຫວຽດນາມ -ລັດ​ເຊ​ຍ (23/07/1980 – 23/07/2015). ນີ້​ແມ່ນ​ບັນດາ​ຜູ້​ທີ່​​ໄດ້​ພ້ອມ​ກັນປະຕິບັດ​ການບິນເຂົ້າ​ໂລກ​ຈັກກະວານ ​ໃນ​ຂອບ​ເຂດ​ລາຍການ “Interkosmos”. ທີ່​ງານ​ພົບ​ປະ, ນັກອະວະກາດ ຟ້າມຕວນ ​ໄດ້​ສະ​ແດງ​ຄວາມ​ເອກ​​ອ້າງ​ຖະນົງ​ໃຈ ​ແລະ ຕື້ນ​ຕັນ​ໃຈ​ເມື່ອ​ຫວນ​ຄື​ນ​ຮູ້ສຶກ​​ເມື່ອເປັນ​ຄົນ​ທຳ​ອິດ​ທີ່ໄດ້ຕາງໜ້າ​ໃຫ້​ຫວຽດນາມ ບິນເຂົ້າ​ໂລກ​ຈັກກະວານ. ​ນັກອະວະກາດລັດ​ເຊຍ ​ໄດ້​ແບ່ງປັນ​ວ່າ, ທ່ານ​ແມ່ນ​ນັກອະວະກາດທີ 21 ຂອງ​ລັດ​ເຊຍ ​ແລະ ຜູ້​ທີ 43 ຂອງ​ໂລກບິນເຂົ້າ​ໂລກ​ຈັກກະວານ. ລາຍການ “Interkosmos” ກັບ​ຜູ້ຕາງໜ້າ​ຂອງ​ຫວຽດນາມ ​ແມ່ນ​ທ້ຽວບິນເຂົ້າ​ໂລກ​ຈັກກະວານ​ທີ 3 ຂອງ​ທ່ານ. ​ເນື່ອງ​​ໃນ​ໂອກາດ​ນີ້, ນັກອະວະກາດ 2 ທ່ານ​ສະ​ແດງຄວາມ​ປາດ​ຖະໜາ​ວ່າ, ​ລຸ້ນ​ໜຸ່ມ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ໄຝ່ຝັນ ​ແລະ ຄວາມ​ຕັດສິນ​ໃຈ​ເມື່ອ​ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ