ງານພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວຢູ່ອົດສະຕາລີ

ງານພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວຢູ່ອົດສະຕາລີ - ảnh 1
ງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວຢູ່ອົດສະຕາລີ
(ພາບ: ຫວຽດນາມ+)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 54 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາ​ງການ​ທູດ ​ແລະ 39 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ. ​ໃນ​ຕອນ​ຄ່ຳວັນ​ທີ 17/07 ຢູ່​ນະຄອນຫລວງ Canberra ຂອງ ອົດສະ​ຕາ​ລີ, ສະຖານທູ​ດ ຫວຽດນາມ ​ແລະ ສະຖານທູດ ລາວ ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ. ພະນັກງານ ພາລະ​ກອນ​ສະຖານທູດ ພ້ອມ​ກັບ​ຜູ້ຕາງໜ້າ​ນັກ​ສຶກສາ 2 ປະ​ເທດ ​ໄດ້ພົບ​ປະ​ແລກປ່ຽນສິລະ​ປະ ​ແລະ ຮັບ​ປະທານ​ອາຫານ​ທີ່​ມີ​ຊື່​ສຽງ​ຂອງ ລາວ ​ແລະ ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອົດ​ສະ​ຕາ​ລີ ​ເລືອ​ງ​ແທງ​ຫງີ້ ປາດ​ຖະໜາ​ວ່າ ​ພວກ​ເພື່ອນ​​ນັກ​ສຶກ​ສາ ລາວ ​ແລະ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ຈະສືບ​ຕໍ່​ເຮັດ​ໃຫ້ການ​ພົວພັນ 2 ປະ​ເທດ​ນັບ​ມື້​ນັບ​ໝັ້ນຄົງ, ນຳ​ມາ​ໃຫ້​ຜົນ​ປະ​ໂຫຍ​ດ​ໃຫ້​​ແກ່​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ