ງານພົບແລກປ່ຽນປະມິດຕະພາບຮັບຕ້ອນປີໃໝ່2017

ງານພົບແລກປ່ຽນປະມິດຕະພາບຮັບຕ້ອນປີໃໝ່2017 - ảnh 1
ງານພົບແລກປ່ຽນປະມິດຕະພາບຮັບຕ້ອນປີໃໝ່2017
(ພາບ: TTXVN)


(vovworld) - ຕອນ​ຄ່ຳ​ວັນ​ທີ 29/12, ຢູ່​ທ໋າຍ​ງວຽນ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ສົ​ມ​ທົບ​ກັບສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ມິດ​ຕະ​ພາບ​​ແຂວງ​ທ໋າຍງວຽນ ຈັດ​ຕັ້ງ​ງານ “ພົບ​ປະ​​ແລກ​ປ່ຽນມິດ​ຕະ​ພາບ​​ຮັບ​ຕ້ອນ​ປີ​ໃໝ່ 2017”. ງານ​ພົບ​ປະ​ມິດ​​ແລກ​ປ່ຽນຕະ​ພາບ​ມີ 15 ລາຍ​ການ​ສະ​ແດງ​ສິ​ລະ​ປະ​​ທີ່​ມີ​ສີ​ສັນ​ຫຼາກ​ຫຼາຍຂອງ​ບັນ​ດາ​ຊົນ​ເຜົ່າ​ຫວຽດ​ນາມ ແລະ ບາງ​ປະ​ເທດ​ເພື່ອນ​ມິດ ໂດຍ​ນັກ​ສຶກ​ສາ​ສັງ​ກັດ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ​ຢູ່​ທ໋າຍງວຽນ ສະ​ແດງ.

        ໃນ​ຕອນ​ເຊົ້າ​ວັນ​ດ​ຽວ​ກັ​ນ, ຄະ​ນະ​ຜູ້​ແທນສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕ​ັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ໄປ​​ຖະ​ຫວາ​ຍ​ທ​ູບ​ທຽນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ເຂດ​ປອດ​ໄພ (ATK) ດິ້ງ​ຮ໋​ວາ, ເມືອງດິ້ງ​ຮ໋​ວາ, ແຂວງ​ທ໋າຍງວຽນ…

ຂ່າວ/ບົດ​ອື່ນ