ງານມະຫາກຳກິລາ SEA Games 29 ສິ້ນສຸດລົງດ້ວຍຜົນສຳເລັດ

(VOVWORLD) - ພາຍຫຼັງການແຂ່ງຂັນມາເປັນເວລາ 10 ວັນ, ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 29 (SEA Games 29) ສິ້ນສຸດລົງຢ່າງເປັນທາງການດ້ວຍພິທີອັດໄດ້ຮັບການຈັດຕັ້ງຂະໜາດໃຫຍ່ໃນວັນທີ 30 ສິງຫາ ຢູ່ສະໜາມກິລາ Bukit Jalil ທີ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ.
ງານມະຫາກຳກິລາ SEA Games 29 ສິ້ນສຸດລົງດ້ວຍຜົນສຳເລັດ - ảnh 1 ພິທີອັດ SEA Games 30

ປະເທດເຈົ້າພາບຈັດຕັ້ງ SEA Games ຕັດສິນໃຈຈັດຕັ້ງພິທີອັດໄວກ່ວາໜຶ່ງວັນເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ, ຍ້ອນວ່າ ມາເລເຊຍ ຢາກຈັດຕັ້ງພິທີອັດງານມະຫາກຳກິລາ ກ່ອນວັນສະຖາປະນາປະເທດ ມາເລເຊຍ (31 ສິງຫາ) ຂອງປະເທດນີ້. ໃນພິທີອັດ, ທ່ານ Saw Teong Hin, ຜູ້ກຳກັບລາຍການ ໄດ້ນຳມາໃຫ້ບັນດາຜູ້ຊົມດ້ວຍລາຍການສະແດງທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ, ການສະແດງໄຟແສງສີ ແລະ ດົນຕີທີ່ຟົດຟື້ນ ແລະ ງາມຕາ. ກໍ່ທີ່ພິທີອັດ, ປະເທດເຈົ້າພາບ SEA Games 29 ໄດ້ມອບສິດຈັດຕັ້ງ SEA Games 30 ໃຫ້ຟີລິບປິນ. ພາຍຫຼັງ 14 ປີ, ຟີລິບປິນ ຈະເປັນເຈົ້າພາບຈັດຕັ້ງ SEA Games ອີກຄັ້ງໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ