ງານ​ມະ​ຫາ​ກຳ​ກິ​ລາ​​ຄົນ​ພິ​ການຄັ້ງ​ທີ 16 Paralympic Tokyo 2020 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນຄ່ຳວັນທີ 24 ສິງຫາ, Paralympic Tokyo 2020 ຖືກໄຂຂຶ້ນຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດຢູ່ນະຄອນຫຼວງ ໂຕກຽວ ດ້ວຍພິທີມີຫົວຂໍ້ “We Have Wings”. 
ງານ​ມະ​ຫາ​ກຳ​ກິ​ລາ​​ຄົນ​ພິ​ການຄັ້ງ​ທີ 16 Paralympic Tokyo 2020 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ - ảnh 1ບັນຍາກາດຂອງພິທີໄຂ Paralympic ຄັ້ງທີ 16 (ພາບ: TTXVN)

 ເຂົ້າຮ່ວມພິທີໄຂ Paralympic ຄັ້ງທີ 16 ມີເຈົ້າຈັກກະພັດ ຍີ່ປຸ່ນ Naruhito, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. ຫົວຂໍ້ຂອງພິທີໄຂງານມະຫາກຳກິລາຄັ້ງນີ້ ແມ່ນເພື່ອແນໃສ່ສົ່ງສານຂອງບຸກຄົນທີ່ຮູ້ບືນຕົວຂຶ້ນ, ມີຄວາມໄຝ່ຝັນ ແລະ ມີຄວາມຫວັງ.

        Paralympic Tokyo 2020 ມີ 539 ເນື້ອໃນຂຶ້ນກັບກິລາ 22 ປະເພດ, ໂດຍມີນັກກິລາກວ່າ 4.400 ຄົນ ທີ່ມາຈາກ 161 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມການແຂ່ງຂັນ. ນີ້ກໍແມ່ນງານມະຫາກຳກິລາຂອງຜູ້ເສຍອົງຄະທີ່ມີຈຳນວນນັກກິລາເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຄະນະນັກກິລາ ຫວຽດນາມ ມີ 7 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນໃນປະເພດກິລາ ລອຍນ້ຳ, ຍົກນ້ຳໜັກ ແລະ ແລ່ນ ແລະ ລານ.

ຕອບກັບ

ຂ່າວ/ບົດ​ອື່ນ