ງານມະຫາກຳສິລະປະຂອງຫວຽດນາມສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ລາວ

ງານມະຫາກຳສິລະປະຂອງຫວຽດນາມສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ລາວ - ảnh 1
ຮ້ອງເພງຍ້ອງຍໍ ປະທານໂຮ່ຈີມິນ
(ພາບ: My Binh)

(vovworld) –  ງານມະຫາກຳສິລະປະຂອງ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຄ້ານວັນເກີດ ປະທານ ໂຮ່ຈີມິນຄົບຮອບ 126 ປີ, ຖື​ກດຳ​ເນີນໃນ​ຕອນ​ຄຳ່​ວັນ​ທີ 19/5 ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ. ​ເຂົ້າ​ຮ່ວມ​ງານມະ​ໂຫລານ​ມີ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ສະຫວັນຄອນ ຣາຊະ​ມົນຕີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ແມ້ງ​ຮູ່ງ. ດ້ວຍ 21 ລາຍການ​ສະ​ແດງບົດ​ເພງ, ບົດ​ຟ້ອນທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ, ຍ້ອງຍໍ​ປະທານ ​ໂຮ່ຈີ​ມິນ, ຄວາມງາມ​ຂອງ​ປະ​ເທດ​ຊາດ ​- ຊາວ ຫວຽດນາມ ​ແລະ ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດລະຫວ່າງ ຫວຽດນາມ - ລາວ ​ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ, ປະ​ກອບສ່ວນ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ