ງານມະໂຫລານສິລະປະ“ຫວຽດນາມປະເທດຊາດຂອງຂ້ອຍ”

ງານມະໂຫລານສິລະປະ“ຫວຽດນາມປະເທດຊາດຂອງຂ້ອຍ” - ảnh 1
ການມອບ​ລາງວັນ​ໃນ​ລາຍ​ການ
(ພາບ: baomoi.com)

(vovworld) – ງານ​ມະ​ໂຫລານ​ສິ​ລະ​ປະ “​ຫວຽດ​ນາມປະ​ເທດ​ຊາດ​ຂອງ​ຂ້ອຍ” ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 18/10, ຢຸ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ເພື່ອ​ແນ​ໃສ່​ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ຄວາມຮັກ​ຕໍ່ປະ​ເທດ​ຊາດ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຶກ​ສາ​ແນວ​ຄິດ​ການ​ເມືອງ​ໃຫ້​ແກ່​ນັກ​ຮຽນ, ນັກ​ສຶກ​ສາ, ຫັນ​ຂະ​ບວນ​ການ​ແຂ່ງ​ຂັນ “ນັກ​ຮຽນ, ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນແຫ່ງ​ຕ່າງໆ​ທີ່​ຂຶ້ນ​ກັບ​ກະ​ຊວ​ງວັດ​ທະ​ນະ​ທຳ, ກິ​ລາ ແລະ​ ການ​ທ່ອງ​ທ່ຽວ ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຳ​ສັ່​ງ​ສອນ​ຂອງ​ລຸງ​ໂຮ່” ໄລ​ຍະ 2013 – 2015 ເປັນ​ລະ​ອຽດ. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມີ​ 10 ໂຮງ​ຮຽນ ຢູ່​ພາກ​ເໜືອ​, ​ລາຍ​ການ​ສະ​ແດງ​ດ້ວຍ​ຫົວ​ຂໍ້​ກ່ຽວ​ກັບ​ການ​ຍ້ອງ​ຍໍ​ພັກ, ລຸງ​ໂຮ່, ທະ​ເລ, ໝູ່​ເກາະ, ຄະ​ນະຊາວ​ໜຸ່ມ.


ຂ່າວ/ບົດ​ອື່ນ