ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 ມີຈຳນວນຮູບເງົາເຂົ້າຮ່ວມຫຼາຍສຸດນັບແຕ່ກ່ອນມາຮອດປະຈຸບັນ

(VOVWORLD) - ງານມະໂຫລານຟິມຮູບເງົາ ຫວຽດນາມ ປີນີ້ມີຫົວຂໍ້ “ສ້າງອຸດສາຫະກຳຮູບເງົາ ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະນະທຳມະນຸດ”

ຕອນບ່າຍວັນທີ 12 ພະຈິກ, ຢູ່ນະຄອນ ດາລາດ, ແຂວງ ເລີມດົ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນ ແຂວງ ເລີມດົ່ງ ໄດ້ຈັດກອງປະຊຸມຖະແຫຼງຂ່າວບັນດາເນື້ອໃນກ່ຽວຂ້ອງເຖິງງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 21- 25 ພະຈິກ.

ງານມະໂຫລານຟິມຮູບເງົາ ຫວຽດນາມ ປີນີ້ມີຫົວຂໍ້ “ສ້າງອຸດສາຫະກຳຮູບເງົາ ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນຊາດ, ທັນສະໄໝ ແລະ ວັດທະນະທຳມະນຸດ”. ງານມະໂຫລານມີຮູບເງົາ 180 ເລື່ອງເຂົ້າຮ່ວມການເສັງ, ນີ້ແມ່ນຈຳນວນສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ໃນນັ້ນ, ມີຮູບເງົາ 91 ເລື່ອງໄດ້ຄັດເລືອກເຂົ້າຮອບການເສັງ ແລະ 56 ເລື່ອງໄດ້ເລືອກເຂົ້າຮູບເງົາພາໂນຣາມາ (Panorama). ນອກຈາກພິທີໄຂ, ອັດ ແລະ ມອບລາງວັນ, ງານມະໂຫລານຍັງມີການເຄື່ອນໄຫວຫຼາຍຢ່າງ, ຄື: ງານວາງສະແດງ, ກອງປະຊຸມສຳມະນາ…

 

ຕອບກັບ

ຂ່າວ/ບົດ​ອື່ນ