ງານລາຕີ “ ຫຼາກຫຼາຍສີສັນຫ້າລອງ 2017 ” ທົດແທນລາຍການສະແດງສິລະປະ Carnaval

ງານລາຕີ “ ຫຼາກຫຼາຍສີສັນຫ້າລອງ 2017 ” ທົດແທນລາຍການສະແດງສິລະປະ Carnaval - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ Carnaval , ແລະຖືກ​ທົດ​ແທນ​ດ້ວຍ​ງານ​ລາ​ຕີ “ ຫຼາກຫຼາຍ​ສີ​ສັນ​ຫ້​າລອງ 2017 ”

(vovworld)- ປີນີ້​ແຂວງກວາງ​ນິງບໍ່​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ Carnaval , ແລະ ຖືກ​ທົດ​ແທນ​ດ້ວຍ​ງານ​ລາ​ຕີ “ ຫຼາກຫຼາຍ​ສີ​ສັນ​ຫ້​າລອງ 2017 ” ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຫ້າ​ລອງ​ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ ຊັນ​ກ​ຣັບ ຈັດ​ຕັ້ງ​ຂຶ້ນ. ນີ້​ແມ່ນ​ຂ່າວ​ຄາວ​ທີ່ກອງ​ປະ​ຊຸມຂ່າວ​ປະ​ກາດ​ ລາຍ​​ການສັບ​ປະ​ດາທ່ອງ​ທ່ຽວ​ຫ້າ​ລອງ-ກວາງ​ນິງ 2017 ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 17/4. ທ່ານ ຫງວຽນ​ຫງອກ​ມິນ ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ດວງ​ຕາ​ເວັນ​ຫ້າ​ລອງ​ຈຳ​ກັດ ໃຫ້​ຮູ້​ວ່າ : (ເທບ)

    “ ນີ້​ແມ່ນ​ລາຍ​ການ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່ຂອງ​ແຂວງກ​ວາງ​ນິງ, ວຽກ​ງານ​ຈັດ​ຕັ້ງ​ຈະ​ດຳ​ເນີນ​ຢ່າງ​ລ​ອບ​ຄອບ​ຖີ່ນ​ຖ້ວນ ແລະ ມີລັກ​ສະ​ນະອາ​ຊີບ. ວຽກ​ງານ​ກະ​ກຽມ​ທຸກ​ຢ່າງ ລ້ວນ​ແຕ່​ມີ​ການ​ຕິດ​ຕາມກວດ​ກາ​ເປັນ​ປະ​ຈຳ. ເພາະ​ນີ້​ແມ່ນ​ລາຍ​ການ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍດ​ວົງ​ຄະ​ນະ​ຍາດ ພ້ອມ​ກັບ​ນະ​ຄອນ​ຫ້າ​ລອງ, ດັ່ງ​ນັ້ນ ລາຍ​ການ​ຈັດ​ຕັ້ງ​ຈະ​ບໍ່​ຂາຍ​ປີ້ ”

 

ຕອບກັບ

ຂ່າວ/ບົດ​ອື່ນ