ງານລ້ຽງນ້ຳຊາ-ພົບປະສັງສັນລະຫວ່າງ ພັນລະຍາການນຳ ແລະ ນັກການທູດຍິງ

(VOVWORLD) - ເພື່ອເຕົ້າໂຮມພົບປະສັງສັນ, ສ້າງຄວາມລຶ້ງເຄີຍ, ຄວາມຮັກແພງ ແລະ ແລກປ່ຽນວັດທະນະທຳຊຶ່ງກັນ ແລະ ກັນ ຂອງແມ່ຍິງທີ່ເຮັດວຽກການທູດ ກັບແມ່ຍິງຕ່າງປະເທດ ທີ່ມີສຳນັກງານ ຕັ້ງຢູ່ ສປປ ລາວ.
ງານລ້ຽງນ້ຳຊາ-ພົບປະສັງສັນລະຫວ່າງ ພັນລະຍາການນຳ ແລະ ນັກການທູດຍິງ - ảnh 1ພັນລະຍາການນຳ ແລະ ນັກການທູດຍິງ ຫວຽດນາມ ເຂົ້າຮ່ວມງານລ້ຽງນ້ຳຊາ-ພົບປະສັງສັນ

ຂປລ. ໃນວັນທີ 23 ພະຈິກ 2018 ທີ່ສູນຮ່ວມມື ແລະ ຝຶກອົບຮົມສາກົນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ລາວ ໄດ້ຈັດງານລ້ຽງນ້ຳຊາ-ພົບປະສັງ ລະຫວ່າງ ບັນດາພັນລະຍາການນຳ, ການນຳເພດຍິງ, ນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ, ບັນດາພັນລະຍາທູດຕານຸທູດ, ນັກການທູດເພດຍິງຕ່າງປະເທດ ແລະ ແມ່ຍິງ ຈາກບັນດາອົງການ ຈັດຕັ້ງສາກົນປະຈຳ ສປປ ລາວ.

ໂດຍມີຈຸດປະສົງ ເພື່ອເຕົ້າໂຮມພົບປະສັງສັນ, ສ້າງຄວາມລຶ້ງເຄີຍ, ຄວາມຮັກແພງ ແລະ ແລກປ່ຽນວັດທະນະທຳຊຶ່ງກັນ ແລະ ກັນ ຂອງແມ່ຍິງທີ່ເຮັດວຽກການທູດ ກັບແມ່ຍິງຕ່າງປະເທດ ທີ່ມີສຳນັກງານ ຕັ້ງຢູ່ ສປປ ລາວ. ພາຍໃນງານໄດ້ມີການວາງສະແດງສິນຄ້າຫັດຖະກຳຜ້າໄໝ ແລະ ອາຫານ 30ກວ່າຮ້ານ ຈາກແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງໆ ທີ່ປະຈຳຢູ່ ສປປ ລາວ. ນອກ ຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຊົມ ການສະແດງສິນລະປະ ຂອງເອື້ອຍນ້ອງແມ່ຍິງ ກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງໆ.
ຂປລ: ຕາມ

ຕອບກັບ

ຂ່າວ/ບົດ​ອື່ນ