ງານວາງສະແດງ “ຕີໄຊຊະນະເຮືອບິນ B.52”

(VOVWORLD) -ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະຮ່າໂນ້ຍ - ດ້ຽນບຽນຟຸທາງອາກາດ (18 ທັນວາ 1972 - ວັນທີ 18 ທັນວາ 2017), ຕອນບ່າຍວັນທີ 12 ທັນວາ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງ “ຕີໄຊຊະນະເຮືອບິນ B.52”.

ງານວາງສະແດງ “ຕີໄຊຊະນະເຮືອບິນ B.52” - ảnh 1 ງານວາງສະແດງຫົວເລື່ອງສະເພາະ “ຕີໄຊຊະນະເຮືອບິນ B.52”

(ພາບ: qdnd.vn)

ງານວາງສະແດງຫົວເລື່ອງສະເພາະ “ຕີໄຊຊະນະເຮືອບິນ B.52” ໄດ້ວາງສະແດງເອກະສານ, ວັດຖຸພັນກວ່າ 300 ຢ່າງ, ແນະນຳການຜັນແປຂອງການສູ້ຮົບຢ່າງດຸເດືອດຕ້ານເຮືອບິນ B.52 ຂອງອາເມລິກາ ເປັນເວລາ 12 ວັນ ແລະ ຄືນ ໃນເດືອນ ທັນວາ 1972 ຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ຂອງກອງທັບ ແລະ ປະຊາຊົນຫວຽດນາມ, ເຊິ່ງຈຸດສຸມແມ່ນຢູ່ຮ່າໂນ້ຍ. ສິ້ນສຸດການສູ້ຮົບເປັນເວລາ 12 ວັນ ແລະ ຄືນ, ກອງທັບ ແລະ ປະຊາຊົນພາກເໜືອໄດ້ຍິງເຮືອບິນລຳຕ່າງໆຕົກ 81 ລຳ, ໃນນັ້ນມີເຮືອບິນ B.52 ຂອງອາເມລິກາ 34 ລຳ.

        ທີ່ງານວາງສະແດງຄັ້ງນີ້, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ໄດ້ປະກາດປື້ມປົກແດງ: ຍຸດທະວິທີຕີເຮືອບິນ B.52 ເຊິ່ງໄດ້ພິມຈຳໜ່າຍເມື່ອເດືອນ ຕຸລາ 1972.

ຕອບກັບ

ຂ່າວ/ບົດ​ອື່ນ