ງານວາງສະແດງ “ວັດຖຸບູຮານຫາຍາກຂອງຫວຽດນາມ”

(VOVWORLD) -        ຫໍພິພິທະພັນປະຫວັດສາດແຫ່ງຊາດ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຮູ້ວ່າ: ຫໍພິພິທະພັນຈະຈັດງານວາງສະແດງຫົວເລື່ອງສະເພາະ “ວັດຖຸບູຮານຫາຍາກຂອງຫວຽດນາມ” ແຕ່ວັນທີ 12 ເມສາ ແລະ ແກ່ຍາວຮອດເດືອນ ກໍລະກົດ.

ງານວາງສະແດງ “ວັດຖຸບູຮານຫາຍາກຂອງຫວຽດນາມ” - ảnh 1ກ່ອນໜ້ານັ້ນ, ງານວາງສະແດງ “ວັດຖຸບູຮານຫາຍາກຂອງຫວຽດນາມ” ຢູ່ເຢຍລະມັນ 

(ພາບປະກອບ: toquoc.vn)

ງານວາງສະແດງບັນດາຫົວເລື່ອງຄື: ວັດຖຸບູຮານຫາຍາກສະໄໝດຶກດຳບັນ; ວັດຖຸບູຮານຫາຍາກສະໄໝ ໂລຫະທາດ ດ້ວຍວັດທະນະທຳ ດົງເຊີນ, ຊາຮີ່ນ, ດົ່ງນາຍ; ວັດຖຸບູຮານຫາຍາກປະຫວັດສາດຂອງຫວຽດນາມ ໃນ 10 ສະຕະວັດຕົ້ນຄ.ສ, ວັດທະນະທຳ ອອກແອວ - ຟຸ່ນາມ, ຈຳປາ ແລະ ມໍລະດົກວັດທະນະທຳໂລກ ມີ້ເຊີນ, ວັດທະນະທຳ - ສີວິໄລ ດ້າຍຫວຽດ.

      ກ່ອນໜ້ານັ້ນ, ຫໍພິພິທະພັນແຫ່ງຊາດ ແລະ ຫໍພິພິທະພັນ, ເຂດປູຊະນີຍະສະຖານຫວຽດນາມ ບາງແຫ່ງໄດ້ສົມທົບກັບຫໍພິພິທະພັນບາງແຫ່ງຂອງສະຫະພັນເຢຍລະມັນ ຈັດງານວາງສະແດງ “ວັດຖຸບູຮານຫາຍາກຂອງຫວຽດນາມ” ຢູ່ເຢຍລະມັນ ແຕ່ເດືອນ ຕຸລາ 2016 ຫາເດືອນ ກຸມພາ 2018. ງານວາງສະແດງປະສົບຜົນສຳເລັດ, ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກມວນຊົນເຢຍລະມັນ, ປະກອບສ່ວນຊ່ວຍປະຊາຊົນເຢຍລະມັນ ແລະ ເອີລົບ ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ