ງານ​ວາງ​ສະ​ແດງ​ປຶ້ມ ແລະ ຮູບ​ພາບ "​ປະ​ທານ​ໂຮ່​ຈີ​ມິນຍືນ​ຍົງ​ໃນ​ພາ​ລະ​ກິດ​ຂອງ​ພວກ​ເຮົາ​ຕະຫຼອດ​ໄປ”

(VOVWORLD) - ວັນທີ 23 ສິງຫາ, ຢູ່ນະຄອນເກິ່ນເທີ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຈັດຕັ້ງງານວາງສະແດງປຶ້ມ ແລະ ຮູບພາບດ້ວຍຫົວເລື່ອງ: "ປະທານໂຮ່ຈີມິນ ຍືນຍົງໃນພາລະກິດຂອງພວກເຮົາຕະຫຼອດໄປ”.
ງານ​ວາງ​ສະ​ແດງ​ປຶ້ມ ແລະ ຮູບ​ພາບ

ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ

ພາບ: TTXVN

   ນີ້ແມ່ນການເຄື່ອນໄຫວໃນຂອບເຂດບັນດາເຫດການຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 74 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ (2/9/1945 – 2/9/2019).

   ງານວາງສະແດງໄດ້ແນະນຳປຶ້ມ 800 ກ່ວາຫົວກ່ຽວກັບປະທານໂຮ່ຈີມິນ, ສະແດງຜ່ານ 3 ເນື້ອໃນຕົ້ນຕໍ: ບົດຂຽນຂອງປະທານໂຮ່ຈີມິນ; ຊີວະປະຫວັດ ຂອງປະທານໂຮ່ຈີມິນ; ເອກະສານຄົ້ນຄ້ວາກ່ຽວກັບຊີວິດ, ແນວຄິດ, ຄຸນສົມບັດ, ແບບແຜນຂອງປະທານໂຮ່ຈີມິນ. ພ້ອມກັນນັ້ນແມ່ນຮູບພາບ 169 ແຜ່ນດ້ວຍ 4 ຫົວເລື່ອງ: ປະທານໂຮ່ຈີມິນ-ບັນດາຈຸດເວລາປະຫວັດສາດ; ປະທານໂຮ່ຈີມິນ ຍືນຍົງຄົງຕົວໃນດວງໃຈຂອງຊາດຕະຫຼອດໄປ; ພາກໃຕ້ຫວຽດນາມ ໃນດວງໃຈເພິ່ນ; ປະທານໂຮ່ຈີມິນ ກັບເພື່ອນມິດສາກົນ.

   ໃນຂອບເຂດລາຍການ, ຍັງໄດ້ຈັດງານວາງສະແດງ “ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ” ຊື່ງໄດ້ແນະນຳບັນດາເອກະສານ, ຮູບພາບຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ ຢ່າງແຮງ, ພິເສດແມ່ນ ອະທິປະໄຕສຳລັບໝູ່ເກາະ 2 ແຫ່ງເຈື່ອງຊາ ແລະ ຮ່ວາງຊາ. ງານວາງສະແດງຈະອັດລົງໃນວັນທີ 23 ກັນຍາຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ