ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ວັດ​ຖຸເອ​ກະ​ສານ “ຫາຍ​ຟ່ອງ - ເຂ​ດ​ປາກ​ທະ​ເລ​ທີ່ຮຸ່ງ​ເຮືອງ​”

(VOVWORLD) -ວຍພາບຖ່າຍ, ວັດຖຸເອກະສານເກືອບ 300 ຢ່າງ ແລະ ສຳເນົາເອກະສານກວ່າ 100 ຊຸດທີ່ໄດ້ເກັບຮັກສາໄວ້, ງານວາງສະແດງກໍ່ໄດ້ແນະນຳບັນດາຂີດໝາຍປະຫວັດສາດຂອງປະຊາຊົນ ຫາຍຟ່ອງ ໃນການປົດປ່ອຍນະຄອນ ເມື່ອວັນທີ 13 ພຶດສະພາ 1955 ເຖິງຜູ້ຊົມ; ພ້ອມທັງສະຫຼຸບໂດຍສັງເຂບຜົນງານແຫ່ງການພັດທະນາຢ່າງກະໂດດຂັ້ນ ແລະ ໜ້າຈັບໃຈຂອງ ຫາຍຟ່ອງໃນຊຸມປີມໍ່ໆມານີ້.
ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ວັດ​ຖຸເອ​ກະ​ສານ “ຫາຍ​ຟ່ອງ - ເຂ​ດ​ປາກ​ທະ​ເລ​ທີ່ຮຸ່ງ​ເຮືອງ​” - ảnh 1ພິທີໄຂງານວາງສະແດງ (ພາບ: TTXVN)

ຕອນບ່າຍວັນທີ 7 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຫາຍຟ່ອງ ໄດ້ຈັດພິທີໄຂງານວາງສະແດງພາບຖ່າຍ, ເອກະສານ ດ້ວຍຫົວຂໍ້ “ຫາຍຟ່ອງ - ເຂດປາກທະເລທີ່ຮຸ່ງເຮືອງ”. ນີ້ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນປົດປ່ອຍຫາຍຟ່ອງ ຄົບຮອບ 68 ປີ (13 ພຶດສະພາ 1955 – 13 ພຶດສະພາ 2023), ງານບຸນດອກຝາງແດງ ຫາຍຟ່ອງ ປີ 2023 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 133 ປີ (19 ພຶດສະພາ 1890 – 19 ພຶດສະພາ 2023).

        ດ້ວຍພາບຖ່າຍ, ວັດຖຸເອກະສານເກືອບ 300 ຢ່າງ ແລະ ສຳເນົາເອກະສານກວ່າ 100 ຊຸດທີ່ໄດ້ເກັບຮັກສາໄວ້, ງານວາງສະແດງກໍ່ໄດ້ແນະນຳບັນດາຂີດໝາຍປະຫວັດສາດຂອງປະຊາຊົນ ຫາຍຟ່ອງ ໃນການປົດປ່ອຍນະຄອນ ເມື່ອວັນທີ 13 ພຶດສະພາ 1955 ເຖິງຜູ້ຊົມ; ພ້ອມທັງສະຫຼຸບໂດຍສັງເຂບຜົນງານແຫ່ງການພັດທະນາຢ່າງກະໂດດຂັ້ນ ແລະ ໜ້າຈັບໃຈຂອງ ຫາຍຟ່ອງໃນຊຸມປີມໍ່ໆມານີ້.  ນ້ອງ ໂງຮວ່າງຫວຽດແອັງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ Marie Curie ຫາຍຟ່ອງ ໄດ້ເຂົ້າຮ່ວມງານວາງສະແດງ ແບ່ງປັນວ່າ:

        “ເມື່ອເຂົ້າຮ່ວມງານວາງສະແດງດັ່ງກ່າວ, ນ້ອງເຫັນວ່າ ຫາຍຟ່ອງ ພວມມີການພັດທະນາດີທີ່ສຸດ. ບັນດາຕຶກອາຄານ, ຂົວໃໝ່ໄດ້ສ້າງຂຶ້ນເປັນຈຳນວນຫຼາຍ, ເຮັດໃຫ້ການສັນຈອນໄປ - ມາ ກໍສະດວກສະບາຍ, ເຊື່ອມຕໍ່ ຫາຍຟ່ອງກັບ ນະຄອນອື່ນໆ. ຜ່ານງານສະແດງນີ້, ນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈກ່ຽວກັບບ້ານເກີດເມືອງນອນຂອງຕົນ”.

        ງານວາງສະແດງດັ່ງກ່າວເປີດປະຕູຕ້້ອນຮັບແຂກຮອດວັນທີ 13 ພຶດສະພາ ຈຶ່ງອັດລົງ.   


ຕອບກັບ

ຂ່າວ/ບົດ​ອື່ນ