ງານ​ວາ​ງ​ສະ​ແດງ​ພາບ​ຖ່າຍ “ແມ່​ຍິງ ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄວາມ​ປອດ​ໄພ​​ບົນ​ດິນ​ແດນ ຫວຽດ​ນາມ”

(VOVWORLD) -ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກ, ເປັນຕົ້ນແມ່ນໃນສະພາບແວດລ້ອມພາຍຫຼັງການປະທະກັນ ແມ່ນຫົວຂໍ້ບຸລິມະສິດ ຂອງ ຫວຽດນາມ ເມື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ດ້ວຍຄວາມປາດຖະໜາຢາກແບ່ງປັນບົດຮຽນປະສົບການແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມສາກົນໃນຂົງເຂດນີ້.
ງານ​ວາ​ງ​ສະ​ແດງ​ພາບ​ຖ່າຍ “ແມ່​ຍິງ ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຄວາມ​ປອດ​ໄພ​​ບົນ​ດິນ​ແດນ ຫວຽດ​ນາມ” - ảnh 1ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ງາມວາງສະແດງ (ພາບ: Baoquocte.vn) 

ງານວາງສະແດງພາບ “ແມ່ຍິງ ຫວຽດນາມ ຮ່ວມແຮງຮ່ວມໃຈເພື່ອຄວາມປອດໄພບົນດິນແດນ ຫວຽດ” ໄດ້ໄຂຂຶ້ນໃນວັນທີ 7 ທັນວາ ຢູ່ຮ່າໂນ້ຍ, ເພື່ອແນໃສ່ຍົກສູງບົດບາດພິເສດຂອງແມ່ຍິງຫວຽດນາມ ເມື່ອເຂາເຈົ້າທັງແມ່ນຜູ້ປະສົບເຄາະຮ້າຍ, ທັງແມ່ນກຳລັງທີ່ມີການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊຶ່ມຊົມໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ. ກ່າວຄຳເຫັນທີ່ງານວາງສະແດງ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກ, ເປັນຕົ້ນແມ່ນໃນສະພາບແວດລ້ອມພາຍຫຼັງການປະທະກັນ ແມ່ນຫົວຂໍ້ບຸລິມະສິດ ຂອງ ຫວຽດນາມ ເມື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ດ້ວຍຄວາມປາດຖະໜາຢາກແບ່ງປັນບົດຮຽນປະສົບການແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມສາກົນໃນຂົງເຂດນີ້. ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດທີ່ຍັງບໍ່ທັນແຕກ ບໍ່ພຽງແຕ່ຕ້ອງການມີການສົມທົບກັນຂອງຄວາມມານະພະຍາຍາມແຫ່ງຊາດ ແລະ ການຮ່ວມມືສາກົນ ເທົ່ານັ້ນ, ຫາກຍັງຮຽກຮ້ອງຕ້ອງການ ການເຂົ້າຮ່ວມຂອງທຸກກຳລັງໃນສັງຄົມອີກດ້ວຍ, ເຊິ່ງຕາມບົດຮຽນ ປະສົບການຂອງ ຫຼາຍປະເທດໃນນັ້ນມີ ຫວຽດນາມ, ແມ່ຍິງ ໄດ້ ແລະ ພວມມີການບັນດາການປະກອບສ່ວນສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ