ງານ​ວາ​ງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ນ້ຳ​ໃຈ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 26 ສິງຫາ, ຢູ່ສວນສາທາລະນະ ລາມເຊີນ ໄດ້ຈັດພິທີໄຂງານວາງສະແດງພາບຖ່າຍ ດ້ວຍຫົວຂໍ້ “ນ້ຳໃຈປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ອະມະຕະ”.
ງານ​ວາ​ງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ນ້ຳ​ໃຈ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1 ພິທີໄຂງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ນ້ຳໃຈປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ອະມະຕະ” (ພາບ: thanhuytphcm.vn)

        ນີ້ແມ່ນງານວາງສະແດງເພື່ອສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2020) ແລະ ວັນຊາດທີ 2 ກັນຍາ. ງານວາງສະແດງໄດ້ວາງສະແດງພາບຖ່າຍ 100 ແຜ່ນ ເຊິ່ງໄດ້ແນະນຳລວມກ່ຽວກັບປະຫວັດສາດ ແລະ ບັນດາຂະບວນການຕໍ່ສູ້ປະຕິວັດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ດຳເນີນຢ່າງລຽນຕິດນັບແຕ່ພາຍຫຼັງວັນສ້າງຕັ້ງພັກກອມມູນິດຫວຽດນາມ ໃນປີ 1930 ດ້ວຍຍອດສູງແມ່ນການລຸກຮືຂຶ້ນຂະໜາດໃຫຍ່ການປະຕິວັດເດືອນສິງຫາ ປີ 1945 ແລະ ສະຖາປະນາປະເທດຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ໃນວັນທີ 2 ກັນຍາ.

        ໃນຂະນະນັ້ນ, ຢູ່ຖະໜົນ ດົງເຂີຍ (ເມືອງ 1) ນະຄອນໂຮ່ຈີມິນ ກໍໄດ້ດຳເນີນງານວາງສະແດງພາຍຖ່າຍ 50 ແຜ່ນ ດ້ວຍຫົວຂໍ້ “ປະເທດຊາດຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມ” ແລະ ພາບຖ່າຍ 70 ແຜ່ນ ດ້ວຍຫົວຂໍ້ “ນະຄອນໂຮ່ຈີມິນ ພ້ອມກັບປະເທດຊາດມຸ່ງໄປສູ່ ອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ