ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ

(VOVWORLD) - ງານວາງສະແດງດັ່ງກ່າວໄດ້ວາງສະແດງຮູບຖ່າຍເອກະສານ 200 ຢ່າງທີ່ລ້ຳຄ່າຊຶ່ງໄດ້ຈັດເປັນ 4 ພາກ. ພາກທີ 1 ສຸມໃສ່ບັ້ນຮົບ ລະດູໜາວ ຕໍ່ລະດູບານໃໝ່ 1953 – 1954.
ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ - ảnh 1ພິທີໄຂງານວາງສະແດງຢູ່ ນະຄອນຫຼວງ ວຽງຈັນ
(ພາບ:Phạm Kiên/ TTXVN)

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຫໍພິພິທະພັນກອງທັບປະຊາຊົນ ລາວ ຢູ່ນະຄອນຫຼວງ ວຽງຈັນ, ພັກ, ລັດ ແລະ ກອງທັບປະຊາຊົນລາວ ໄດ້ຈັດພິທີໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 – 7/5/2024).

        ງານວາງສະແດງດັ່ງກ່າວໄດ້ວາງສະແດງຮູບຖ່າຍເອກະສານ 200 ຢ່າງທີ່ລ້ຳຄ່າຊຶ່ງໄດ້ຈັດເປັນ 4 ພາກ. ພາກທີ 1 ສຸມໃສ່ບັ້ນຮົບ ລະດູໜາວ ຕໍ່ລະດູບານໃໝ່ 1953 – 1954. ພາກທີສອງ ແມ່ນໄດ້ຊີ້ແຈ້ງການຜັນແປຂອງໄຊຊະນະ ດ້ຽນບຽນຝູ ແຕ່ວັນທີ 13 ເມສາ ຫາວັນທີ 7 ພຶດສະພາ 1954. ພາກທີ 3 ສຸມໃສ່ວິວັດການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນລາວ ແລະ ຫວຽດນາມ ໃນບັ້ນຮົບຕ້ານ ອາເມລິກາ ກູ້ຊາດ (1955 – 1975). ພາກທີ 4 ແມ່ນສຸມໃສ່ວາດພາບກ່ຽວກັບວິວັດການຮ່ວມມືໃນພາລະກິດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາຂອງສອງປະເທດຫຼັງປີ 1975 ມາຮອດປະຈຸບັນ.

        ງານວາງສະແດງເປີດປະຕູຮອດວັນທີ 31 ພຶດສະພາຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ