ງານວາງສະແດງພາບເອກະສານສາຍພົວພັນຮ່ວມມືຫວຽດນາມ - ລາວ

ງານວາງສະແດງພາບເອກະສານສາຍພົວພັນຮ່ວມມືຫວຽດນາມ - ລາວ - ảnh 1
( ພາບປະກອບ )

(vovworld) –     ​​ໃນ​ລະຫວ່າງ​ວັນ​ທີ 16 – 23/7, ຢູ່​ສູນ​ວາງສະ​ແດງ ​ແລະ ວິຈິດ​ຕະກຳຫາ​ຍຟ່ອງ, ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ຫາ​ຍຟ່ອງ ​ໄດ້ຈັດ​ງານ​ວາງສະ​ແດງ​ພາບ​ເອກະສານ - ສີ​ລະ​ປະກ່ຽວ​ກັບສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ, ຈາກ​ວຽງ​ຈັນ​ ຮອດ ຫຼວງ​ພະ​ບາງ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ 100 ​ກວ່າແຜ່ນ ​ແລະ ຮູບ​ພາບປຸກລະດົມ 8 ​ແຜ່ນ. ບັນດາ​ຮູບ​ພາບໄດ້​ສະ​ແດງ​​ໃຫ້​ເຫັນ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ໂດຍ​ປະທານ​​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ ພົມວິຫານ ​ເປັນ​ຜູ້​ກໍ່​ຕັ້ງ ​ແລະ ​ລຸ້ນຕ່າງໆ​ໄດ້​ເພ່ີມພູນ​ຄູນ​ສ້າງ, ປັບປຸງ,​ ນັບ​ມື້​ນັບ​​ພັດ​ທະນາຢ່າງ​ມີ​ຊີວິດ​ຊີວາ. ບັນດາ​ຮູບ​ພາບກໍ​ສະ​ແດງ​​ໃຫ້​ເຫັນບັນດາ​ຊຸມ​ປີ​ທີ່​ທະຫານ​ອາສາ​ສະໝັກ​ຫວຽດນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ, ​ເສຍສະຫຼະ​ຊີວິດ, ຕໍ່ສູ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຊ່ວຍ​ປະຊາຊົນ​ລາວ​ ປົດ​ປ່ອຍ​ ​ແລະ ສ້າງ​ສາປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ