ງານວາງສະແດງພາບເຮັດດ້ວຍເຄື່ອງປັ້ນດິນເຜົາດົ່ງນາຍ “ພາບການນຳບັນດາພື້ນຖານເສດຖະກິດ APEC 2017”

(VOVWORLD) -ງານວາງສະແດງຮູບພາບເຄິ່ງຄີງເຮັດດ້ວຍເຄື່ອງປັ້ນດິນເຜົາດົ່ງນາຍ “ພາບການນຳບັນດາພື້ນຖານເສດຖະກິດ APEC 2017” ຈະຖືກດຳເນີນໃນລະຫວ່າງວັນທີ 18 – 21 ພະຈິກ, ຢູ່ຮ່າໂນ້ຍ.

ງານວາງສະແດງພາບເຮັດດ້ວຍເຄື່ອງປັ້ນດິນເຜົາດົ່ງນາຍ “ພາບການນຳບັນດາພື້ນຖານເສດຖະກິດ APEC 2017” - ảnh 1 ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຊີ້ນຳ, ສູນສື່ມວນຊົນ ແລະ ຮ່ວມມືສາກົນ ສົມທົບປະຕິບັດ ເພື່ອຂ່ຳນັບຊົມເຊີຍຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017

(ພາບ: hanoimoi.com.vn)

ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຊີ້ນຳ, ສູນສື່ມວນຊົນ ແລະ ຮ່ວມມືສາກົນ ສົມທົບປະຕິບັດ ເພື່ອຂ່ຳນັບຊົມເຊີຍຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017. ງານວາງສະແດງໄດ້ເຕົ້າໂຮມບັນດາພາບເຄິ່ງຄີງເຮັດດ້ວຍເຄື່ອງປັ້ນດິນເຜົາດົ່ງນາຍ ກ່ຽວກັບການນຳ 21 ພື້ນຖານເສດຖະກິດສະມາຊິກ APEC 2017.  ງານວາງສະແດງກໍ່ແນະນຳບັນດາພາບເຄິ່ງຄີງປະທານໂຮ່ຈິມິນ, ພົນເອກວໍງວຽນຢ໋າບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ… ເຮັດດ້ວຍເຄື່ອງປັ້ນດິນເຜົາ

        ພາຍຫຼັງຖືກດຳເນີນຢູ່ຮ່າໂນ້ຍ, ງານວາງສະແດງຈະໄດ້ຈັດຕັ້ງຢູ່ແຂວງ ດົ່ງນາຍ ແລະ ນະຄອນໂຮ່ຈິມິນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ