ງານວາງສະແດງສາກົນກ່ຽວກັບທ່າກ່ຳປັ່ນ, logistics ໄດ້ຈັດຕັ້ງຢູ່ ຫວຽດນາມ ເປັນຄັ້ງທຳອິດ

(VOVWORLD) - ວັນທີ 12 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີໄຂງານວາງສະແດງສາກົນກ່ຽວກັບພື້ນຖານໂຄງລ່າງທ່າກ່ຳປັ່ນ ແລະ logistics (VIPILEC 2019). ນີ້ເປັນຄັ້ງທຳອິດທີ່ງານວາງສະແດງກ່ຽວກັບທ່າກ່ຳປັ່ນ ແລະ logistics ໄດ້ຈັດຕັ້ງຢູ່ ຫວຽດນາມ. 
ງານວາງສະແດງສາກົນກ່ຽວກັບທ່າກ່ຳປັ່ນ, logistics ໄດ້ຈັດຕັ້ງຢູ່ ຫວຽດນາມ ເປັນຄັ້ງທຳອິດ - ảnh 1 ພິທີໄຂງານວາງສະແດງສາກົນກ່ຽວກັບພື້ນຖານໂຄງລ່າງທ່າກ່ຳປັ່ນ ແລະ logistics  (ພາບອິນເຕີແນັດ)

ຕາມຄະນະຈັດຕັ້ງແລ້ວ, ງານວາງສະແດງແມ່ນເພື່ອອັບເດັດສະພາບການ ແລະ ທ່າອ່ຽງໃໝ່ສຸດຂອງຂະແໜງທ່າກ່ຳປັ່ນ, logistics ຢູ່ ຫວຽດນາມ ແລະ ໃນໂລກ; ເຊື່ອມຕໍ່ກັບວົງການນັກຊ່ຽວຊານດ້ານການຄ້າ, ບັນດານັກທຸລະກິດ, ບັນດານັກອຸດສາຫະກຳ, ບັນດານັກຊ່ຽວຊານ logistics…ທັງຢູ່ພາຍໃນປະເທດ ແລະ ສາກົນ. ງານວາງສະແດງຈະແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເຂົ້າຮ່ວມສຳພັດກັບບັນດາຜະລິດຕະພັນເຕັກໂນໂລຊີກ້າວໜ້າທັນສະໄໝແຖວໜ້າຂອງຂະແໜງ logistics. ງານວາງສະແດງຈະດຳເນີນຮອດວັນທີ 14 ມິຖຸນາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ