ງານ​ວາງສະ​ແດງ​ຫົວ​ເລື່ອງ​ “ຊີ​ວິດ ​ແລະ ພາລະກິດ​ຂອງ​ປະທານ ​ໂຕນ​ດຶກ​ທັ໊ງ”

(VOVWORLD) - ງານວາງສະແດງດັ່ງກ່າວໄດ້ວາງສະແດງພາບຖ່າຍ, ເອກະສານ, ວັດຖຸພັນ, ສື່ສິ່ງພິມ.... ຈໍານວນກວ່າ 130 ຢ່າງ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຕນດຶກທັ໊ງ.
ງານ​ວາງສະ​ແດງ​ຫົວ​ເລື່ອງ​ “ຊີ​ວິດ ​ແລະ ພາລະກິດ​ຂອງ​ປະທານ ​ໂຕນ​ດຶກ​ທັ໊ງ” - ảnh 1 ບັນດາຜູ້ແທນຢ້ຽມຊົມງານວາງສະແດງ (ພາບ: thainguyen.gov.vn)

ວັນທີ 20 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ ຊາວໜຸ່ມຕະລຸມບອນເສຍສະຫຼະຊີວິດເພື່ອຊາດ 60 ຄົນ ສັງກັດ ກອງຮ້ອຍ 915, ກອງກໍາລັງ 91 ບັກທ໊າຍ, ນະຄອນ ຖ໊່າຍງວຽນ, ພະແນກວັດທະນະທໍາ - ກິລາ ແລະ ທ່ອງທ່ຽວບັນດາແຂວງ, ນະຄອນ: ຖ໊າຍງວຽນ, ອານຢາງ ແລະ ນະຄອນໂຮ່ຈີນິນ ໄດ້ສົມທົບກັນຈັດຕັ້ງງານວາງສະແດງຫົວເລື່ອງ “ຊີວິດ ແລະ ພາລະກິດຂອງປະທານ ໂຕນດຶກທັ໊ງ”. ນີ້ແມ່ນເຫດການເພື່ອມຸ່ງໄປເຖິງສະເຫຼີມສະຫຼອງ 132 ປິ ແຫ່ງວັນຄ້າຍວັນເກີດຂອງປະທານໂຕນດຶກທັ໊ງ (20/08/1888 – 20/08/2020).

ຕອບກັບ

ຂ່າວ/ບົດ​ອື່ນ