ງານວາງ​ສະ​ແດງ​ຫົວ​ເລື່ອງການ​ເຫຼືອ​ມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ຂັບ​ຊວານ ຝູ​ເທາະ ຢູ່ ດັກ​ລັກ

(VOVWORLD) - ງານວາງສະແດງ ໄດ້ດຳເນີນຮອດວັນທີ 3 ທັນວາ ຈຶ່ງອັດລົງ, ເຊິ່ງໄດ້ວາງສະແດງພາບຖ່າຍ, ປາໂນ, ວັດຖຸພັນ, ເຄື່ອງຂອງບູຊາທີ່ພົ້ນເດັ່ນຫຼາຍກວ່າ 31 ຢ່າງ ເພື່ອແນະນຳເຖິງປະຊາຊົນ ດັກລັກ ກ່ຽວກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ. 
ງານວາງ​ສະ​ແດງ​ຫົວ​ເລື່ອງການ​ເຫຼືອ​ມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ຂັບ​ຊວານ ຝູ​ເທາະ ຢູ່ ດັກ​ລັກ - ảnh 1ການສະແດງສິລະປະຂັບຊວານໃນພິທີໄຂ (ພາບ: nhandan.vn)

ຕອນເຊົ້າວັນທີ 3 ຕຸລາ, ຢູ່ນະຄອນ ບວນມາທວດ, ຫໍພິພິທະພັນເຈົ້າຊີວິດຮຸ່ງ ແຂວງ ຝູເທາະ ສົມທົບກັບຫໍພິພິທະພັນ ດັກລັກ ໄດ້ຈັດພິທີໄຂງານວາງສະແດງດ້ວຍຫົວເລື່ອງ “ມໍລະດົກວັດທະນະທຳບໍ່ຈັບຕ້ອງເປັນຕົວແທນຂອງມວນມະນຸດ - ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ຂັບຊວານ ຝູເທາະ”. ງານວາງສະແດງດັ່ງກ່າວ ໄດ້ດຳເນີນຮອດວັນທີ 3 ທັນວາ ຈຶ່ງອັດລົງ, ເຊິ່ງໄດ້ວາງສະແດງພາບຖ່າຍ, ປາໂນ, ວັດຖຸພັນ, ເຄື່ອງຂອງບູຊາທີ່ພົ້ນເດັ່ນຫຼາຍກວ່າ 31 ຢ່າງ ເພື່ອແນະນຳເຖິງປະຊາຊົນ ດັກລັກ ກ່ຽວກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ. ພ້ອມດຽວກັນນັ້ນ, ໃນອາທິດທຳອິດ, ຈະມີບັນດາລາຍການສະແດງສິລະປະຂັບຊວານ ຮັບໃຊ້ແຂກທ່ອງທ່ຽວ.

        ຂັບຊວານ ແລະ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ຈັບຕ້ອງຂອງມວນມະນຸດ ໃນປີ 2012 ແລະ 2017 ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ