ງານວາງສະແດງຮູບຖ່າຍ “ສີສັນຫລາກຫລາຍທະເລ ຫວຽດນາມ” ຢູ່ສຳນັກງານ UNESCO

(VOVWORLD) - ງານວາງສະແດງຮູບຖ່ານ “ສີສັນຫລາກຫລາຍທະເລ ຫວຽດນາມ” ດ ຳເນີນໃນຕອນຄ່ຳວັນທີ 22 ພະຈິກ ທີ່ສຳນັກງານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ຢູ່ໃຈກາງນະຄອນຫລວງ Paris (ສ.ຝະຣັ່ງ). 
ງານວາງສະແດງຮູບຖ່າຍ “ສີສັນຫລາກຫລາຍທະເລ ຫວຽດນາມ” ຢູ່ສຳນັກງານ UNESCO - ảnh 1 ງານວາງສະແດງຮູບຖ່າຍ “ສີສັນຫລາກຫລາຍທະເລ ຫວຽດນາມ” ຢູ່ສຳນັກງານ UNESCO (ພາບ: TTXVN)

ນີ້ແມ່ນເຫດການທຳອິດ ໂດຍສະມາຄົມ ວັດທະນະທຳສິ່ງຍອດຢ້ຽມ ຫວຽດນາມ (ECV) ສົມທົບກັບສະມາຄົມມິດຕະພາບ ຝະຣັ່ງ -  ຫວຽດນາມ (AAFV) ແມ່ນສະມາຄົມໃຫຍ່ ດ້ວຍການເຄື່ອນໄຫວຮ່ວມມືຫລາຍຢ່າງລະຫວ່າງ ຝະຣັ່ງ ແລະ ຫວຽດນາມ ໃນກ່ວາ 50 ປີຜ່ານມາຈັດຕັ້ງ.

        ດ້ວຍຄວາມປາດຖະໜາຢາກນຳເອົາຮູບພາບ ຫວຽດນາມ ທີ່ສວຍສົດງົດງາມ, ເຕັມໄປດ້ວຍສີສັນຊາດ ເຖິງມະຫາຊົນ ຝະຣັ່ງ ແລະ ເພື່ອນມິດສາກົນ. ດ້ວຍຫົວຂໍ້ວ່າ: “ສີສັນຫລາກຫລາຍທະເລ ຫວຽດນາມ” ຄັ້ງນີ້,  ECV ໄດ້ແນະນຳບັນດາຄວາມງາມແບບຮົກເຮື້ອວ່າງເປົົ່າກໍ່ຄືບັນດາທິວທັດທຳມະຊາດທ່ອງທ່ຽວທະເລທີ່ລືຊື່ຂອງ ຫວຽດນາມ, ບັນດາສະຖານທີ່ ເຊິ່ງໄດ້ຮັບການຮັບຮອງຈາກ UNESCO ວ່າເປັນມໍລະດົກທຳມະຊາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ