ງານວາງສະແດງຮູບຖ່າຍ “ ຫວຽດນາມໃນສາຍຕາ ຂອງຂ້ອຍ “ ທີ່ຝລັ່ງ

ງານວາງສະແດງຮູບຖ່າຍ “ ຫວຽດນາມໃນສາຍຕາ ຂອງຂ້ອຍ “ ທີ່ຝລັ່ງ - ảnh 1
(ພາບ:
uevf.org)

 (vovworld) – ​ເນື່ອງ​ໃນ​ໂອກາດ​ສະ​​ເຫຼີມສະຫຼອງ 40 ປີ​ແຫ່ງ​ການ​ສ້າງຕັ້ງການ​ພົວພັນ​ທາງການ​ທູດລະ​ຫວ່າງຫວຽດນາມ - ຝລັ່ງ ແລະ​ ໃນ​ຂອບ​ເຂດ​ປີ​ພົວພັນ ຫວຽດນາມ - ຝລັ່ງ, ຝລັ່ງ - ຫວຽດນາມ 2013 – 2014, ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ ຢູ່​ຝລັ່ງ ຫາກໍ່​ເປີດງານວາງສະ​ແດງ​ຮູບຖ່າຍ “ຫວຽດນາມ​ໃນ​ສາຍຕາຂອງຂ້ອຍ “ ທີ່​ນະຄອນຫຼວງປາຣີ, ​ເພື່ອ​ແນ່ໃສ່ໂຄສະນາຮູບພາບພົດປະເທດຫວຽດນາມຕໍ່ປະຊາຊົນຝລັ່ງ ​ແລະ ເພື່ອນ​ມິດ​ສາກົນ.  ງານວາງສະແດງ​ໄດ​້ສະ​ແດງຮູບ​ພາບ​ 20 ​ແຜ່ນທີ່​ໄດ​້ຮັບ​ລາງວັນ​ຢູ່ງານ​ປະ​ກວດ “ຫວຽດນາມ​ໃນ​ສາຍຕາຂອງຂ້ອຍ“ ​ໂດຍ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ຢູ່​ຝລັ່ງສົມທົບ​ກັບ​ບໍລິສັດ​ທ່ວງທ່ຽວ Amica Travel ຈັດຕັ້ງ. ພາຍຫຼັງ​​ປຸກລະດົມ​ເປັນ​ເວລາ 3 ​ເດືອນ, ຄະນະຈັດຕັ້ງງານ​ປະ​ກວດ ໄດ້​ຮັບຮູບ​ຖ່າຍເກືອບ 1300 ​​ແຜ່ນຂອງນັກ​ຖ່າຍຮູບ 480 ຄົນ​ເຂົ້າ​ຮ່ວມ​ງານ​ປະ​ກວດ, ​​ແລະ​ຄັດເລືອກ​ໄດ້ຮູບ​ຖ່າຍ 20 ​ແຜ່ນດີ່​ເດັນ​ເພື່ອມອບ​ລາງວັນ. ບັນດາ​ຮູບ​ຖ່າຍໄດ້ສະ​ແດງ​ທັດສະນະ​ຂອງເພື່ອນ​ມິດສາກົນ​ກ່ຽວກັບ​ຫວຽດນາມ​ຄື: ທີວທັດທຳ​ມະຊາດ​​ ​ແລະ ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ