ງານວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ-ເອກະສານປະຊາຄົມອາຊຽນ

ງານວາງສະແດງຮູບພາບ ແລະ ຮູບເງົາສາລະຄະດີ-ເອກະສານປະຊາຄົມອາຊຽນ - ảnh 1
ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ຮູບ​ເງົາ​
ສາລະ​ຄະດີ-​ເອກະສານ​ປະຊາ​ຄົມ​ອາ​ຊຽນ
(ພາບ: daidoanket)

(vovworld) - ນັບ​ແຕ່​ວັນ​ທີ 26-30/7, ຢູ່​ນະຄອນ ​ເຫວ໋ ດຳ​ເນີນ​ ງານ​ວາງສະ​ແດງ​ຮູບ​ພາບ ​ແລະ ຮູບ​ເງົາ​ສາລະ​ຄະດີ-​ເອກະສານ​ປະຊາ​ຄົມ​ອາ​ຊຽນ. ງານ​ວາງສ​ະແດງ​ນີ້ ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫວ໋ ຈັດ​ຕັ້ງ, ​ເຊິ່ງ​ໄດ້​ດຶງ​ດູດ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ມີ ຮູບ​ພາບ 300 ​ແຜ່ນ ​ແລະ ​ ຮູບ​ເງົາ​ສາລະ​ຄະດີ-​ເອກະສານເກືອບ 60 ​ເລື່ອງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຫຼາຍ​ຫົວ​ເລື່ອງ​ທີ່​ອຸດົມສົມ​ບຸນ​ເຊັ່ນ: ຄວາມ​ງາມ​ຂອງ​ປະ​ເທດ​ຊາດ, ປະຊາຊົນ​, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອຂອງບັນດາ​ປະ​ເທດ​ອາ​ຊຽນ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​ຊົນ​ເຜົ່າ​ໃນ​ປະຊາ​ຄົມ​ອາ​ຊຽນ. ຜ່ານ​ງານ​ວາງສະ​ແດງ, ຄະນະ​ຈັດ​ຕັ້ງ​ຢາກ​ສ້າງ​ກາລະ​ໂອກາດ, ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ນັບ​ມື້​ນັບ​ຫຍັບ​ມໍ່​ໃກ້​ກັນ​ກວ່າ ​ເພື່ອ​ພື້ນຖານ​ວັດທະນະທຳ​ອາ​ຊຽນທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ, ຫຼາຍ​ຮູບ​ຫຼາຍ​ສີ​ໃນ​ຄວາມ​ເປັນ​ເອກະ​ພາບ. ພ້ອມ​ທັງ​ປະກອບສ່ວນ​ຮຽກຮ້ອງ​ປະຊາຊົນ ຫວຽດນາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເພື່ອ​ຈຸ​ດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ ​ແລະ ມຸ່ງ​ໄປ​ສູ່​ປະຊາຊົນ; ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ມະຫາຊົນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນປີ 2015.

 

 

 

ຂ່າວ/ບົດ​ອື່ນ