ງານວາງສະແດງຮູບພາບ“ເຈື່ອງຊາຢູ່ໃຈກາງຮ່າໂນ້ຍ”

ງານວາງສະແດງຮູບພາບ“ເຈື່ອງຊາຢູ່ໃຈກາງຮ່າໂນ້ຍ” - ảnh 1
(ພາບປະກອບ)

(vovworld) - ງານ​ວາງສະ​ແດງຮູບ​ພາບ “​ເຈື່ອງ​ຊາ​ຢູ່​ໃຈກາງຮ່າ​ໂນ້ຍ” ຈະດຳ​ເນີນ​ໃນລະຫວ່າງວັນ​ທີ 31/12/2016 – 03/01/2017 ຢູ່​ສູນ​ວາງສະ​ແດງ​ຮູບ​ພາບ​ ​ເລກທີ 45 ຖະໜົນ ຈ່າງ​ຕຽນ, ຮ່ວານ​ກຽມ, ຮ່າ​ໂນ້ຍ ງານ​ວາງສະ​ແດງ​ນອນ​ໃນ​ລາຍ​ການ “​ເຈື່ອງ​ຊາ​ຂຽວ” ງານ​ວາງສະ​ແດງ ​ໂດຍ​ສະ​ໂມ​ສອນ​ໄວ​ໜຸ່ມ​ເພື່ອ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ, ສັງ​ກັດ​ສູນ​ຂໍ້​ມູນ​ຂ່າວສານ​ແຫຼ່ງກຳລັງ​ອາສາ​ສະໝັກ ຫວຽດນາມ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະອຽດ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັ້ນ​ຂົນຂວາຍ “ນ້ຳ​ໃຈ​ຊາຍ​ແດນ​ທະ​ເລ​ໝູ່​ເກາະ” ​ໄດ້​ຮຽກຮ້ອງ, ຂົນຂວາຍ​ໄວ​ໜຸ່ມ​ເທົ່າ​ປະ​ເທດ, ບັນດາ​ນັກວິທະຍາສາດ, ນັກ​ຄົ້ນຄວ້າ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເຂົ້າຮ່ວມ ​ເພື່ອ​ສະ​ເໜີ​​ເນື້ອ​ໃນ​ມາດ​ຕະການ​ໂຄສະນາ, ຄົ້ນຄວ້າ, ໝູນ​ໃຊ້​ເຕັກນິກ, ປະກອບ​ແຫຼ່ງກຳລັງ​ຜະລິດ​​ເຄື່ອງ​ອຸປະກອນ, ​ເຕັກນິກ​ໜູນ​ຊ່ວຍ​​ໃຫ້ພະນັກງານ, ນັກ​ຮົບ ​ແລະ ປະຊາຊົນ​ເມືອງ​ເກາະ ​ເຈື່ອງ​ຊາ ​ແລະ ​ຮ້ານ​ເວນຍາມ DK1. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ພາບ​ກ່ຽວ​ກັບ ​ເຈື່ອງ​ຊາ 100 ​ແຜ່ນ. ນອກ​ຈາກ​ນັ້ນ ງານ​ວາງສະ​ແດງ​ກໍ່​ໄດ້​ແນະນຳ​ບັນດາ​ວັດຖຸ​ພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ເຈື່ອງ​ຊາ ​ໂດຍ​ຫໍພິພິທະ​ພັນ​ກອງທັບ​ເຮືອ - ກອງ​ບັນຊາ​ການ​ທະຫານ​ເຮືອ​ສະໜອງ.

ຂ່າວ/ບົດ​ອື່ນ