ງານວາງສະແດງຮ່ວາງຊາ,ເຈື່ອງຊາແມ່ນຂອງຫວຽດນາມ,ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ

ງານວາງສະແດງຮ່ວາງຊາ,ເຈື່ອງຊາແມ່ນຂອງຫວຽດນາມ,ບັນດາພະຍານຫຼັກຖານປະຫວັດສາດແລະນິຕິກຳ - ảnh 1
ງານ​ວາງສະ​ແດງ​ຮ່ວາງ​ຊາ,​ເຈື່ອງ​ຊາແມ່ນຂອງ​ຫວຽດນາມ,
ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດແລະນິຕິ​ກຳ
(ພາບ: laodong.com.vn)


​(vovworld) - ງານ​ວາງສະ​ແດງ​ແຜນ​ທີ ​ແລະ ​ເອກະສານ “​ຮ່ວາງ​ຊາ, ​ເຈື່ອງ​ຊາ​ແມ່ນຂອງ​ຫວຽດນາມ, ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ແລະ ນິຕິ​ກຳ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/05, ຢູ່​ນະ​ຄອນວິ​ງ (​ແຂວງ​ເງ້ອານ). ງານ​ວາງສະ​ແດງ​ໄດ້​ປະກອບສ່ວນ​ຍົກສູງ​ຄວາມ​ຮັບ​ຮູ້, ນ້ຳ​ໃຈ​ສາມັກຄີ, ສະຕິຮັບ​ຜິດ​ຊອບ​ຂອງ​ປະຊາຊົນພາຍ​ໃນ​ປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​​​ລຸ່ນໜຸ່ມໃນ​ການ​ປົກ​ປັກຮັກສາ ​ແລະ ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຜ່ານ​ບັນດາ​ເອກະສານ​ປະ​ຫວັດ​ສາດ​ທີ່​ໄດ້​ປະກາດ. ​ແຜນ​ທີ່ ​ແລະ ​ເອກະ​ສານທີ່​ນຳ​ມາ​ວາງສະ​ແດງ ​ແມ່ນພາກສ່ວນ​ໜຶ່ງ​ຂອງ​ພະຍານ​ຫຼັກຖານ​ປະ​ຫວັດ​ສາດ ​ແລະ ພື້ນຖານ​ນິຕິ​ກຳ, ພິສຸດ​ໃຫ້​ເຫັນ​ອະ​ທະ​ປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ເອກະສານ​, ວັດ​ຖຸພັນ, ສື່ສິ່ງ​ພິມ ​ແລ​ະ ​ແຜນ​ທີ່​ເກືອບ 100 ​ແຜ່ນ​ໄດ້​ວາງສະ​ແດງ​​​ ແມ່ນ​ການ​ເຕົ້າ​ໂຮມ​ຈາກ​ແຫຼ່ງ​ເອກະສານ​ທີ່​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ… ງານ​ວາງສະ​ແດງ​​ດຳ​ເນີນ​ໄປ​ຮອດ​ວັນ​ທີ 30/05.
ຂ່າວ/ບົດ​ອື່ນ