ງານວາງສະແດງເອກະສານປະຫວັດສາດກ່ຽວກັບຮ່ວາງຊາ,ເຈື່ອງຊາຢູ່ກວາງຈິ້

ງານວາງສະແດງເອກະສານປະຫວັດສາດກ່ຽວກັບຮ່ວາງຊາ,ເຈື່ອງຊາຢູ່ກວາງຈິ້ - ảnh 1
ງານວາງສະແດງເອກະສານປະຫວັດສາດ
ກ່ຽວກັບຮ່ວາງຊາ,ເຈື່ອງຊາຢູ່ກວາງຈິ້
(ພາບ: tuoitre.vn)


​(vovworld) - ຕອນ​ເຊົ້າ​ວັນ​ທີ 11/06, ຢູ່​ແຂວງ​ກວາງ​ຈິ້, ​ໄດ້​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ​ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ງານ​ວາງ​ສະ​ແດງ​ໄດ້​​ແນະນຳ​ບັນດາຮູ​ບ​ພາບ, ​ເອກະສານ​ອັນ​ລ້ຳຄ້າກ່ຽວ​ກັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ນັ້ນ​ມີ​ບັນດາ​ເອກ​ະສານ​ໂດຍ​ສະ​ໄໝ​ສັກ​ດີ​ນາ​ຫວຽດນາມ ປະ​ກາດ​ໃຊ້​ນັບ​ແຕ່​ສະຕະວັດ​ທີ 17 ຮອດຕົ້ນສະຕະ​ວັດ​ທີ 20, ຢືນຢັນ​ວ່າ ຫວຽດນາມ ສ້າງ​ຕັ້ງ ແລະ ປະຕິ​ບັດ​ອະທິປະ​ໄຕ​ຢ່າງ​ລ້ຽນ​ຕິດ​ສຳລັບ 2 ໝູ່​ເກາະ​ດັ່ງ​ກ່າວ. ທ່ານ ​ເຈືອງ​ມິງຕວນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ່ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໃຫ້​ຮູ້​ວ່າ.

  “​ການວາງ​ສະ​ແດງ​ແຜນ​ທີ່, ​ເອກະສານ​ຄັ້ງ​ນີ້ ​ໄດ້​ຢືນຢັນອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຢ່າງ​ລ້ຽນ​ຕິດ​ຂອງບັນດາ​ລັດ​ຫວຽດນາມ ນັບ​​ແຕ່​ຮ້ອຍ​ປີ​ມາ​ນີ້​ສຳລັບ​ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບັນດາ​ເອກະສານ​ດ້ວຍ​ພາສາ​ຈີນ, ຫວຽດເດີມ, ​​ບັນດາ​ແຜນ​ທີ່ເອກະສານ, ນັບ​ທັງ​ແຜນ​ທີ່​ຂອງ​ຈີນ ກໍ່​ຄື​ຂອງ​ຝ່າຍ​ຕາ​ເວັນ​ຕົກ ລ້ວນ​ແຕ່​ຢັ້ງຢືນ​ໝູ່​​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດນາມ, ​ໃນ​ນັ້ນຢືນຢັນ​ວ່າ ນ່ານທະ​ເລ​ຕອນສຸດ​ທ້າຍຂອງ​ຈີນ ​ແມ່ນ​ຮອດ​ເກາະ ​ໄຮໜານ. ນີ້​ແມ່ນ​ພະຍານ​ຫຼັດຖານ​ເພື່ອ​ໃຫ້ພວກ​ເຮົາ​ເຫັນ​​ໄດ້ວ່າ, ບັນດາ​ຖະ​ແຫຼ​ງກ່ຽວ​ກັບ​ເສັ້ນ​ລິ້ນ​ງົວທີ່​ໄຮ້​ເຫດຜົນ​ຂອງ​ຈີນ ​ແມ່ນ​ບໍ່​ມີ​ຫຼັກ​ຖານ”.

ຂ່າວ/ບົດ​ອື່ນ