ງານວາງສະແດງແຜນທີ່, ເອກະສານ ຮ່ວາງຊາ, ເຈື່ອງຊາຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ

ງານວາງສະແດງແຜນທີ່, ເອກະສານ ຮ່ວາງຊາ, ເຈື່ອງຊາຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ - ảnh 1
(ພາບປະກອບ / TTXVN)

(vovworld) - ວັນ​ທີ 24/03 ຢູ່​ເມືອງ​ເກາະ ​ແບກ​ລອງ​ຫວີ, ນະຄອນ ຫາຍ​ຟ່ອງ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”. ທີ່ງານ​ວາງ​ແນະນຳ​ໄດ​້ສະ​ແດງ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ ​ແລະ ​ແຜນ​ທີ່​ຫລາຍ​ຢ່າງ ​​​ໄດ້​​​ເກັບ​ມາ​ຈາກ​ບັນດາ​ແຫຼ່ງ​ເອກະສານ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ຂອງ​ບັນດາ​ນັກວິທະຍາສາດ, ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລ​ະ ຕ່າງປະ​ເທດ.

        ງານ​ວາງສະ​​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ” ​ໄດ້​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ໂຄສະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ເຖິງ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ເວົ້າ​ລວມ ​ແລະ ປະຊາຊົນ​ເມືອງ​ເກາະ ​ແບກ​ລອງ​ຫວີ ​ເວົ້າ​ສະ​ເພາະ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ທະ​ເລ​ໝູ່​ເກາະ ຫວຽດນາມ, ປະກອບສ່ວນ​ສ້າງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ​ເພີ່ມ​ທະວີ​ກຳລັງ​ແຮງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ ​ແລະ ​ເຈດ​ຈຳນົງ​ຕັດສິນ​ໃຈ, ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ