ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບ “ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ”

(VOVWORLD) -ວັນທີ 21 ກໍລະກົດ, ຢູ່ ນະຄອນເຫ້ວ, ກະຊວງຖະແຫລງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຈັດຕັ້ງງານວາງສະແດງແຜນທີ່ ແລະ ເອກະສານ ດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. 
ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບ “ຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ” - ảnh 1 ຜຸ້ແທນເຂົ້າຮ່ວມງານວາງສະແດງ

ງານວາງສະແດງດຳເນີນແຕ່ວັນທີ 21 – 24 ກໍລະກົດ, ໂດຍແນະນຳ 100 ແຜນທີ່ຂອງຫວຽດນາມ, ຈີນ ແລະ ບັນດາປະເທດຝ່າຍຕາເວັນຕົກ, ປື້ມ Atlas 4 ຫົວ ແລະ ບັນດາເອກະສານການປົກຄອງໃນສະໄຫມລາດຊະວົງ ຫງວຽນ ພ້ອມກັບເອກະສານດ້ານວັດທະນະທຳບູຮານ, ເອກະສານຂອງຕ່າງປະເທດ ໄດ້ຢັ້ງຢືນຮູບພາບອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ທ່ານ ຮວ່າງຫວີງບ໋າວ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ:

“ບັນດາເອກະສານທີ່ນຳວາງສະແດງຢູ່ທີ່ນີ້ແມ່ນສ່ວນຫນຶ່ງບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ ທີ່ເກັບກຳມາໄດ້ຈາກພາຍໃນປະເທດ ແລະ ບັນດາປະເທດໃນໂລກ, ໃນນັ້ນ ມີທັງຢູ່ຈີນ ໄດ້ປະກອບສ່ວນພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ນັ້ນແມ່ນສ່ວນຫນຶ່ງຂອງຜືນແຜ່ນດິນອັນສັກກະລະບູຊາຂອງຫວຽດນາມ ທີ່ບໍ່ອາດຕັດແຍກອອກໄດ້ ໂດຍໄດ້ຮັບການຂຸດຄົ້ນຈາກຊາວຫວຽດນາມ ລຸ້ນຕ່າງໆ ແລະໄດ້ຮັບການຄຸ້ມຄອງ, ປົກປັກຮັກສາຈາກລັດຫວຽດນາມ ຜ່ານບັນດາໄລຍະ ແລະ ໄດ້ຢັ້ງຢືນເຖິງອະທິປະໄຕຢ່າງລຽນຕິດ ແລະ ມີສັນຕິພາບໃນຫລາຍສະຕະວັດຜ່ານມາ.”

ຕອບກັບ

ຂ່າວ/ບົດ​ອື່ນ