ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ
ພາບ:baomoi.com.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 22/8, ຢູ່ ນະຄອນ ຕາມ​ກີ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງນາມ ​​ໄດ້ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ ດ້ວຍ​ຫົວ​ຂໍ້​ວ່າ:“ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ​ຫວຽດນາມ-​ບັນດາ​ພະຍານ​ຫລັກ​ຖານ​ປະຫວັດສາດ ​ແລະ ກົດໝາຍ”. ທີ່​ງານ​ວາງສະ​ແດງ​ຄັ້ງ​ນີ້ ມີ​ເອກະສານ, ວັດຖຸ​ພັນ, ສິ່ງ​ພິມ ​ຫລາຍ​ຢ່າງ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ ຊື່​ງ​ແມ່ນ​ບັນດາ​ແຫ​ລ່ງ​ເອກະສານທີ່​​ໄດ້​ຮັບ​ການ​ປະກາດ​​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ ​ແລະ ສາກົນ. ພິ​ເສດ ມີ Atlas 4 ຊຸດ, ​ແຜນ​ທີ່ 30 ​ແຜ່ນ ​ໂດຍ​ລັດ​ຈີນ ພິມ​ຈຳຫນ່າຍ ​ແລະ ຈຳຫນ່າຍ​ຢ່າງ​ເປັນ​ທາງ​ການ​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ ​ໂດຍ​ສະ​ແດງ​ໃຫ​້​ເຫັນ​ວ່າ ຈີນ ບໍ່​ຄຸ້ມ​ຄອງ​ໝູ​່​ເກາະ​ຮ່ວາງ​ຊາ, ​ເຈື່ອງ​ຊາ ຈັກ​ເທື່ອ, ນອກ​ນັ້ນ ຍັງມີ​ບັນດາ​ຮູບ​ພາບ ​ແລະ ວັດຖຸ​ພັນ ກ່ຽວ​ກັບ​ພາລະກິດ​ປະຕິບັດ​ອະທິປະ​ໄຕ, ການ​ຕໍ່ສູ້​ປົ​ກປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ກອງ​ທັບ ​ແລະ ປະຊາຊົນ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ